• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ສະຫນັບສະຫນູນວິທີການສຳຜັດຂອງ ອາຊຽນ ໃນບັນຫາສະພາບການຢູ່ ມຽນມາ

ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ຖະແຫລງວ່າ ປັກກີ່ງ ຈະພົວພັນຕິດຕໍ່ ແລະ ຮ່ວມມືກັບທຸກຝ່າຍ ພ້ອມທັງ ສົມທົບກັບ ອາຊຽນ ເພື່ອຊຸກຍູ້ການເຈລະຈາສັນຕິພາບ ຢູ່ ມຽນມາ ແລະ ຫລຸດຜ່ອນຄວາມເຄັ່ງຕຶງຢູ່ປະເທດນີ້ ຍິ່ງໄວເທົ່າທີ່ຈະໄວໄດ້.
ຊາວ ມຽນມາ ແຫ່ຂະບວນປະທ້ວງຢູ່ ນຄອນ Yangon ເມື່ອວັນທີ 8/3/2021. ພາບ: AFP/TTXVN

ຄຳປາໄສດັ່ງກ່າວ ໂດຍທ່ານ ຫວາງອີ ຍົກອອກມາ ໃນການພົບປະສະເພາະຕ່າງຫາກ ເພື່ອແນໃສ່ແລກປ່ຽນທັດສະນະກ່ຽວກັບສະພາບການ ມຽນມາ ຕໍ່ກັບຄູ່ຕຳແຫນ່ງ ສິງກະໂປ, ອິນໂດເນເຊຍ ແລະ ຟິລີບປິນ ໃນຂອບເຂດການຢ້ຽມຢາມຂອງບັນດາເຈົ້າຫນ້າທີ່ດັ່ງກ່າວ ນັບແຕ່ວັນທີ 31 ມີນາ ຫາວັນທີ 2 ເມສາ ເຖິງນະຄອນ ໜານປີງ(Nanping),  ແລະ ຟູຢານ (Fujian).

          ໃນການເຈລະຈາກັບ ທ່ານ ລັດຖະມົນຕີການຕ່າງປະເທດ ຟີລີບປິນ Teodoro Locsin ເມື່ອວັນທີ 2 ເມສາ, ທ່ານ ຫວາງອີ ໃຫ້ຮູ້ວ່າ: ປັກກີ່ງ ສະຫນັບສະຫນູນບັນດາຝ່າຍ ຢູ່ ມຽນມາ ຊອກຫາມາດຕະການການເມືອງ ໃນຂອບເຂດລັດຖະທຳມະນູນ ແລະ ກົດໝາຍ, ປາດຖະຫນາຢາກ ອາຊຽນ ຮັກສາ ຫລັກການບໍ່ແຊກແຊງເຂົ້າວຽກງານພາຍໃນ ແຕ່ເຂົ້າຮ່ວມດ້ວຍວິທີສ້າງສັນເພື່ອຫລຸດຜ່ອນຄວາມເຄັ່ງຕຶງຢູ່ ມຽນມາ. ຈີນ ກໍ່ສະຫນັບສະຫນູນຂໍ້ສະເຫນີຈັດຕັ້ງກອງປະຊຸມພິເສດຂອງບັນດາການນຳ ອາຊຽນ ເພື່ອປຶກສາຫາລືບັນດາມາດຕະການໃຫ້ມີປະສິດທິຜົນ.

 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top