• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ວາງອອກຖະແຫຼງການກ່າວປະນາມອາເມລິກາກ່ຽວກັບເຫດ Covid – 19

      ກະຊວງການຕ່າງປະເທດຈີນໄດ້ປະກາດເອກະສານປະຕິເສດຄຳຕຳໜິຕິຕຽນ ແລະ ຄຳກ່າວຫາຂອງອາເມລິກາທີ່ແນໃສ່ຈີນ ຊຶ່ງກ່ຽວຂ້ອງເຖິງໂລກລະບາດ Covid – 19. 

ຈາວລີແຈນໂຄສົກກະຊວງການຕ່າງປະເທດຈີນ(ພາບ: Reuter) 
      ວັນທີ 9 ພຶດສະພາ, ກະຊວງການຕ່າງປະເທດຈີນໄດ້ລົງພິມ ເນື້ອໃນຫຍໍ້ຂອງເອກະສານ ໃນເວັບໄຊຂອງອົງການນີ້ ຊຶ່ງໄດ້ແຈ້ງໃຫ້ຮູ້ຂໍ້ກ່າວຫາ 24 ຂໍ້ “ຕຳນານບໍ່ມີມູນຄວາມຈິງ ແລະ ຫຼອກລວງທີ່ບໍ່ອາດເຊື່ອໄດ້” ຂອງນັກການເມືອງ ແລະ ພື້ນຖານສື່ມວນຊົນຈຳນວນໜຶ່ງຂອງ ອາເມລິກາກ່ຽວກັບຕົ້ນກຳເນີດຂອງເຊື້ອໄວຣັດ SARS – CoV – 2 ກ່ຽວກັບການເປີດເຜີຍຂໍ້ມູນຂ່າວສານໂລກລະບາດ ຂອງປັກກິ່ງ ແລະ ກ່ຽວກັບການຄອບງຳຂອງ ອົງການອະນາໄມໂລກ (WHO).
            ກະຊວງການຕ່າງປະເທດຈີນນຳສະເໜີບັນດາຂໍ້ກຳນົດກ່ຽວກັບການຕັ້ງຊື່ຂອງ WHO ເພື່ອ ນັ້ນໜັກວ່າ SARS – CoV – 2 ບໍ່ແມ່ນ “ເຊື້ອໄວຣັດຈີນ” ຫຼື “ເຊື້ອ ອູ້ຫັນ”. ຈີນຢັ້ງຢືນວ່າຍາມໃດກໍ່ປະກາດຂໍ້ມູນກ່ຽວກັບໂລກລະບາດຢ່າງເປີດເຜີຍ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບ” ບໍ່ມີເລື່ອງປົກປິດຄວາມຈິງ, ລົງຂ່າວທີ່ຜິດເຂວ, ລາຍງານຢ່າງຊັກຊ້າ ຫຼືລາຍງານທີ່ບໍ່ຖືກກັບສະພາບການຂອງໂລກລະບາດ. ຊ້ຳບໍ່ໜຳ, ຈີນຍັງຢ້ຳຄືນວ່າ ຕົນເອງແມ່ນ “ຜູ້ປະສົບເຄາະຮ້າຍຂອງການລົງຂ່າວທີ່ຜິດເຂວ”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top