• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ປະ​ຕ​ິ​ບັດ “ວີ​ຊາ ອາ​ຊຽນ” ສຳ​ລັບ 11 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຈີນ ໄດ້ແຈ້ງໃຫ້ຊາບວ່າ ຈະປະຕິບັດ “ວີຊາ ອາຊຽນ” ສຳລັບ 10 ປະເທດ ອາຊຽນ ແລະ Timor Leste. ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວນັດສາມັນ, ທ່ານໂຄສົກ ຫຼີນຈຽນ ໃຫ້ຮູ້ວ່າ ບົນພື້ນຖານຍົກເວັ້ນວີຊາສົມບູນສຳລັບ ສິງກະໂປ, ໄທ, ມາເລເຊຍ ແລະ ອອກ “ວີຊາ ລ້ານຊ້າງ - ແມ່ນ້ຳຂອງ” ໃຫ້ບັນດາປະເທດແມ່ນ້ຳຂອງ.
ທ່ານໂຄສົກ ຫຼີນຈຽນ (ພາບ: ກະຊວງການຕ່າງປະເທດ ຈີນ)
ວັນທີ 03 ມິຖຸນາ, ຈີນ ໄດ້ແຈ້ງໃຫ້ຊາບວ່າ ຈະປະຕິບັດ “ວີຊາ ອາຊຽນ” ສຳລັບ 10 ປະເທດ ອາຊຽນ ແລະ Timor Leste. ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວນັດສາມັນ, ທ່ານໂຄສົກ ຫຼີນຈຽນ ໃຫ້ຮູ້ວ່າ ບົນພື້ນຖານຍົກເວັ້ນວີຊາສົມບູນສຳລັບ ສິງກະໂປ, ໄທ, ມາເລເຊຍ ແລະ ອອກ “ວີຊາ ລ້ານຊ້າງ - ແມ່ນ້ຳຂອງ” ໃຫ້ບັນດາປະເທດແມ່ນ້ຳຂອງ, ເພື່ອອຳນວຍຄວາມສະດວກກວ່າ ໃນການແລກປ່ຽນບຸກຄະລາກອນຂ້າມຊາຍແດນໃນພາກພື້ນ, ຈີນ ຈະປະຕິບັດ “ວີຊາ ອາຊຽນ” ສຳລັບ 10 ປະເທດ ອາຊຽນ ແລະ Timor Leste - ເຊິ່ງເປັນປະເທດສັງເກດການຂອງ ອາຊຽນ. ດ້ວຍນະໂຍບາຍໃໝ່ນີ້, ຈີນ ຈະອອກວີຊາເຂົ້າເມືອງຫຼາຍຄັ້ງ ທີ່ມີກຳນົດເວລາ 5 ປີ ດ້ວຍເວລາພັກເຊົ່າຫຼາຍສຸດແມ່ນ 180 ວັນ ສຳລັບບັນດາບຸກຄະລາກອນຂອງວິສາຫະກິດ ແລະ ຜົວ/ເມຍ, ລູກເຕົ້າຂອງເຂົາເຈົ້າ ຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການມາຈາກ 11 ປະເທດດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top