• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນໃຫ້ບຸລິມະສິດຊຸກຍູ້ການພົວພັນກັບອາຊຽນໃນປີ 2017

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ເກິ່ງ​ຊວ່າງ
(ພາບ: TTXVN)
        ວັນ​ທີ 4/1, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ເກິ່ງ​ຊວ່າງ ຢືນ​ຢັນ​ວ່າ ຈີນ​ຍາມ​ໃດ​ກໍ່​ຖື​ອາ​ຊຽນ ແມ່ນ​ທິດ​ໃຫ້​ບຸ​ລິ​ມະ​ສິດ​​ໃນ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​​ບ້ານ​ໃກ້​ເຮືອນ​ຄຽງ, ພ້ອມ​​ທັງ​ກຽມ​ພ້ອມ​​ໜູນ​ຊ່ວຍ​ຟີ​ລິບ​ປິ່ນດຳ​ລົງ​ຕ​ຳ​ແໜ່ງ​ເປັນ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ເປັນ​ຢ່າງ​ດີ ກໍ່​ຄື​ຊຸກ​ຍູ້​ການ​ພົວ​ພັນ​ ຈີນ-ອາ​ຊຽນ​ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ປີ 2017 ແມ່ນ​ປີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ອາ​ຊຽນ ແລະ ແມ່ນປີ​ແຫ່ງ​ການ​ຮ່ວມ​ມື​​ການທ່ອງ​ທ່ຽວ​ ຈີນ-ອາ​ຊຽນ. ທ່ານ ​ເກິ່ງ​ຊວ່າງ ໃຫ້​ຮູ້​ວ່າ ການ​ພົວ​ພັນ​ສອງ​ຝ່າຍ​ເບິ່ງ​ຄື​ວ່າ​​ພວມລໍ​ຖ້າ​ກາ​ລະ​ໂອ​ກາດ​ໃໝ່ ເພື່ອ​ຍົກ​ລະ​ດັບ ແລະ ຍົກ​ສູງ​ຄຸນ​ນະ​ພາບ. ແລະ​ກໍ່​ຕາມ​ທ່ານ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລ້ວ ຈີນ​ຍັງ​ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົບປະ​ແລກ​ປ່ຽນ​ນະ​ໂຍ​ບາຍ, ເຊື່ອມ​ຕໍ່​ຍຸດ​ທະ​ສາດ ແລະ ຮ່ວມ​ມື​ຢ່າງ​ແທດ​ຈິງ ແລະ ເລິກ​ເຊິ່ງ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ໝາກ​ຜົນ​ການ​ຍົກ​ລະ​ດັບ​ພາກ​ພື້ນ​ການ​ຄ້າ​ເສ​ລີ ຈີນ-ອາ​ຊຽນ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top