• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດອາຊຽນເພື່ອແນໃສ່ຊຸກຍູ້ສັນຕິພາບຢູ່ພາກພື້ນແລະທົ່ວໂລກ

      ວັນທີ 20 ສິງຫາ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ໄດ້ໃຫ້ການຕ້ອນຮັບທ່ານ ຢາງເຈຍສື, ກຳມະການກົມການເມືອງ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກກອມມູນິດຈີນ ຢູ່ວັງ Istana.

ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ແລະ ທ່ານ ຢາງເຈຍສື, ກຳມະການກົມການເມືອງ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກກອມມູນິດຈີນ
(ພາບ: Straits Times)
      ທີ່ການພົບປະ, ທ່ານ ຢາງເຈຍສື, ໄດ້ຖະແຫຼງວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບສິງກະໂປ ແລະ ບັນດາປະເທດສະມາຊິກອື່ນໃນອາຊຽນ ເພື່ອແນໃສ່ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ວັດທະນາຖາວອນຂອງພາກພື້ນ ກໍຄືໃນທົ່ວໂລກ. ຈີນ ພ້ອມແລ້ວທີ່ຈະສົມທົບກັບສິງກະໂປ ແລະ ບັນດາປະເທດສະມາຊິກອາຊຽນ ອື່ນເພື່ອແນໃສ່ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ການຮ່ວມມືຢ່າງແທດຈິງເພື່ອພ້ອມກັນມານະພະຍາຍາມປົກປ້ອງພື້ນຖານເສດຖະກິດທົ່ວໂລກ ແລະ ຄວາມຍຸຕິທຳຢູ່ເວທີສາກົນ.
        ສ່ວນທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ຊີ້ແຈ້ງວ່າ, ສິງກະໂປ ຈະນຳໃຊ້ບັນດາທ່າແຮງຂອງກົນໄກຮ່ວມມື 2 ຝ່າຍໃນປະຈຸບັນກັບຈີນ ເພື່ອເພີ່ມທະວີການພົວພັນລະຫວ່າງອາຊຽນ - ຈີນ ແລະ ພ້ອມກັບຍູ້ແຮງລະດັບຟື້ນຟູເສດຖະກິດຂອງພາກພື້ນ ແລະ ທົ່ວໂລກ.
(ແຫຼ່ງຄັດຈາກ VOV)
 

ການ​ໂອ້​ລົມ​ສົນ​ທະ​ນາ 30 ປີ​ແຫ່ງ​ການ​ພົວ​ພັນ ຫວຽດນ​າມ – ອາ​ເມ​ລິ​ກາ: ບົດ​ບາດ​ຂອງ​ການ​ຮ່ວມ​ມື​ພາກ​ລັດ – ເອ​ກະ​ຊົນ

ການ​ໂອ້​ລົມ​ສົນ​ທະ​ນາ 30 ປີ​ແຫ່ງ​ການ​ພົວ​ພັນ ຫວຽດນ​າມ – ອາ​ເມ​ລິ​ກາ: ບົດ​ບາດ​ຂອງ​ການ​ຮ່ວມ​ມື​ພາກ​ລັດ – ເອ​ກະ​ຊົນ

ເອກອັກຄະລັດຖະທູດ ອາເມລິກາ ຜ່ານບັນດາອາຍຸການລ້ວນແຕ່ສະໜັບສະໜູນວິໄສທັດຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການຍົກສູງທີ່ຕັ້ງບົດບາດ, ມູນຄ່າຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ ຜ່ານການຄົ້ນຄ້ວາ ແລະ ພັດທະນາ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ.

Top