• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນຈະຮ້ອງຟ້ອງອາເມລິກາຕໍ່ WTO ຍ້ອນມີສ່ວນກ່ຽວຂ້ອງເຖິງການຈັດວາງອັດຕາພາສີ

      ວັນທີ 18 ກັນຍາ, ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ - ຈີນ ຖືກຍູ້ຂຶ້ນຂັ້ນໄດຂັ້ນໃໝ່ ເມື່ອກະຊວງການຄ້າຈີນ ແຈ້ງວ່າ, ຈະຍື່ນໃບຮ້ອງຟ້ອງອາເມລິກາ ຕໍ່ອົງການການຄ້າໂລກ (WTO) ທີ່ກ່ຽວຂ້ອງເຖິງເລື່ອງອາເມລິກາ ຈັດວາງອັດຕາພາສີເພີ່ມເຕີມທີ່ມີມູນຄ່າ 200 ຕື້ USD ສຳລັບບັນດາຜະລິດຕະພັນຂອງຈີນ.
      ນີ້ແມ່ນໜຶ່ງໃນບັນດາມາດຕະການເຊິ່ງຈີນ ຍົກອອກມາເພື່ອໂຕ້ຕອບຂໍ້ຕົກລົງດັ່ງກ່າວຂອງອາເມລິກາ. ຈີນ ກໍ່ແຈ້ງວ່າ ຈະຈັດວາງອັດຕາພາສີສຳລັບສິນຄ້າອາເມລິກາ ທີ່ມີມູນຄ່າ 60 ຕື້ USD. ຖະແຫຼງການຂອງກະຊວງການເງິນຈີນ ຊີ້ແຈ້ງວ່າ, ຖ້າຫາກ ອາເມລິກາ ຕັດສິນໃຈຂຶ້ນອັດຕາພາສີຕື່ມອີກ, ຈີນ ຈະໂຕ້ຕອບຢ່າງສົມເຫດສົມຜົນ.
        ຝ່າຍອາເມລິກາ ພວມພິຈາລະນາກາລະໂອກາດເຈລະຈາກັບຈີນ ກ່ຽວກັບເລື່ອງເພື່ອແນໃສ່ຢຸດຕິສົງຄາມການຄ້າໃນປະຈຸບັນ ລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກ. ຄຳຖະແຫຼງດັ່ງກ່າວເຊິ່ງທ່ານປະທານາທິບໍດີອາເມລິກາ Donald Trump ຍົກອອກມາໃນວັນທີ 18 ກັນຍາ, ພາຍຫຼັງທ່ານແຈ້ງອັດຕາພາສີໃໝ່ສຳລັບສິນຄ້າທີ່ນຳເຂົ້າຈາກຈີນ 1 ວັນ, ທີ່ມີມູນຄ່າ 200 ຕື້ USD ຈະເລີ່ມມີຜົນສັກສິດໃນວັນທີ 24 ກັນຍາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top