• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນກຽມພ້ອມບັນດາຊ່ອງສຳພັດກັບຟີລິບປິນ

ທ່ານ​ອະ​ດີດ​ປະທາ​ນາ​ທິບໍດີ ຟີ​ລິບ​ປິນ Fidel Ramos
(ພາບ: 
Reuters)
      ວັນ​ທີ 10/8, ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ການ​ຢ້ຽມຢາມ​ ປັກ​ກິ່ງ ຂອງ​ທ່ານ​ອະ​ດີດ​ປະທາ​ນາ​ທິບໍດີ ຟີ​ລິບ​ປິນ Fidel Ramos ​ໃນຖານະ​ເປັນ​ທູ​ດພິ​ເສດ​ຂອງ ມາ​ນີລາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຮົວຊວນ​ຢິ້ງ ​ໄດ້​ຢັ້ງຢືນ​ວ່າ: ຈີນ ພ້ອມ​ແລ້ວ​ທີ່​ເດີນ​ຕາມ​ບັນດາ​ຊ່ອງ​ສຳ​ພັດ​ກັບ ຟີ​ລິບ​ປິນ. ທ່ານ​ນາງ ຮົວຊວນ​ຢິ້ງ ​ເນັ້ນ​ໜັກ​ວ່າ: ຈີນ ​ແລະ ຟີ​ລິບ​ປິນ ​ແມ່ນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ 2 ປະ​ເທດ​ພ້ອມ​ກັນ​ປັບປຸງ​ການ​ພົວພັນ 2 ຝ່າຍ, ​ເຊື່ອມ​ຕໍ່​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື ​ແລະ ຊຸກຍູ້​ການ​ພົວພັນ​ພັດທະນາ ​ແລະ ສະຖຽນ​ລະ​ພາບ.
        ກ່ອນ​ນັ້ນ, ວັນ​ທີ 8/8, ທ່ານ​ອະດີ​ດປະທານາທິບໍດີ ຟີ​ລິບ​ປິນ Ramos ​ໄດ້​ໄປ​ຍັງ ຮົງ​ກົງ (ປະ​ເທດ ຈີນ) ​ໃນ​ບົດບາດ​ເປັນ​ທູ​ດພິ​ເສດ​ຂອງ​​ປະທານາທິບໍດີຄົນ​ໃໝ່ ຟີ​ລິບ​ປິນ  Rodrigo Duterte, ​ເພື່​ອ​ແນ​ໃສ່​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ບັນດາ​ການ​ເຈລະຈາ​ກັບ ປັກ​ກິ່ງ ພາຍຫຼັງ ພາຍຫຼັງ​ສານ​ອະນຸຍາ​ໂຕ ຕຸລາການ ຢູ່ ລາ​ໄຮ (ປະ​ເທດ ​ໂຮ​ນລັງ) ອອກ​ຄຳ​ຕັດສິນ​ກ່ຽວ​ກັບ​ກໍ​ລະ​ນີຟ້ອງຮ້ອງ​ ຈີນ ຂອງ ຟີ​ລິບ​ປິນ ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່ ຮົງ​ກົງ, ປະ​ເທດ​ຈີນ, ທ່ານ Ramos ​ໃຫ້​ຮູ້​ວ່າ: ພາລະ​ກຳ​ຂອງ​ທ່ານ​ໃນ​ການ​ຢ​້ຽມຢາມ​ຄັ້ງ​ນີ້ “ບໍ່​ແມ່ນ​​ເພື່ອ​ເຈລະຈາ, ຫາກ​ແມ່ນ​ເປີດ​ທາງ ​ແລະ ຊຸກຍູ້​ການ​ພົວພັນ” ທີ່ 2 ປະ​ເທດ​​ເຄີຍ​ມີ​ເມື່ອ​ທ່ານ​ເປັນ​ປະທານາທິບໍດີ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top