• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນຄົນເສຍຊີວິດໃນເຫດແຜ່ນດິນໄຫວຢູ່ ໄຮຕີ ເພີ່ມຂຶ້ນເກືອບ 1.300 ຄົນ

      ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 1.297 ຄົນ ແລະ ມີຜູ້ຖືກບາດເຈັບ 2.800 ຄົນ. 
ເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 14 ສິງຫາ ຢູ່ ໄຮຕີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບເປັນຈຳນວນຫຼາຍ (ພາບ: Reuters)
      ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດແຜ່ນດິນໄຫວຢູ່ ໄຮຕີ ສືບຕໍ່ເພີ່ມຂຶ້ນ ແລະ ມາຮອດປັດຈຸບັນ ມີຜູ້ເສຍຊີວິດໃນໄພພິບັດນີ້ແມ່ນເກືອບ 1.300 ຄົນ. ວັນທີ 15 ສິງຫາ, ທ່ານ Jerry Chanlder ຫົວໜ້າອົງການປົກປ້ອງພົນລະເຮືອນ ຂອງ ໄຮຕີ ໄດ້ແຈ້ງໃຫ້ຊາບວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 1.297 ຄົນ ແລະ ມີຜູ້ຖືກບາດເຈັບ 2.800 ຄົນ. ລັດຖະບານ ໄຮຕີ ໄດ້ປະກາດສະພາວະສຸກເສີນໃນຮອບເວລາ 1 ເດືອນ ເພື່ອດຳເນີນບັນດການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top