• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ

ຜ່ານໄລຍະ 80 ປີແຫ່ງການສ້າງສາ, ຕໍ່ສູ້ ແລະ ເຕີບໂຫຍ່, ກອງທັບປະຊາຊົນ ຫວຽດນາມ ໄດ້ພັດທະນາຢ່າງເຂັ້ມແຂງ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ
ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ ສິງກະໂປ (ພາບ: TTXVN)

ຕອນຄ່ຳວັນທີ 05 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ, ສົມທົບກັບຫ້ອງການທູດການທະຫານ ຫວຽດນາມ ປະຈຳ ສິງກະໂປ, ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2024) ແລະ 35 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ ຫວຽດນາມ. ທີ່ພິທີ, ທ່ານ ພັນເອກ ຫງວຽນເລເຟືອງ, ທີ່ປຶກສາຝ່າຍການທະຫານ ຫວຽດນາມ ປະຈຳ ສິງກະໂປ ຢືນຢັນວ່າ, ຜ່ານໄລຍະ 80 ປີແຫ່ງການສ້າງສາ, ຕໍ່ສູ້ ແລະ ເຕີບໂຫຍ່, ກອງທັບປະຊາຊົນ ຫວຽດນາມ ໄດ້ພັດທະນາຢ່າງເຂັ້ມແຂງ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ຍາມໃດກໍ່ສະແດງໃຫ້ເຫັນຄຸນນະທາດຂອງກອງທັບປະຕິວັດ, ສົມກັບເປັນກຳລັງການເມືອງພິເສດ, ກຳລັງຕໍ່ສູ້ທີ່ຈົງຮັກພັກດີ, ມີຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

ທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຈັດຂຶ້ນໃນຕອນຄ່ຳວັນທີ 05 ທັນວາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ມີແຂກສາກົນ ພ້ອມກັບປະຊາຊົນຊາວ ຫວຽດນາມ ຢູ່ ອິນໂດເນເຊຍ ເກືອບ 300 ຄົນເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີ, ທ່ານພັນເອກ ຫງວຽນຕວນດຶກ, ທີ່ປຶກສາຝ່າຍການທະຫານປະຈຳ ອິນໂດເນເຊຍ ຢືນຢັນວ່າ, ກອງທັບປະຊາຊົນ ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງໃນວຽກງານສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ກະທັດລັດ, ຫັນເປັນທັນສະໄໝເທື່ອລະກ້າວ, ກຽມພ້ອມຕໍ່ສູ້, ປົກປັກຮັກສາເອກະລາດ, ອະທິປະໄຕ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

Top