
ເນື່ອງໃນໂອກາດນີ້, ທ່ານ ໂດວັນຈ໊ຽນ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນ ພໍ່ແມ່ປະຊາຊົນ ພຸດທະສາສະນິກກະຊົນ ໃນທົ່ວປະເທດ. ໃນສານ, ທ່ານ ໂດວັນຈ໊ຽນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສະມາຄົມພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດ ແລະ ແຫຼ່ງກຳລັງຂອງ ພຸດທະສາສະໜາ ເພື່ອພ້ອມກັບປະຊາຊົນທົ່ວປະເທດຜ່ານຜ່າໂລກລະບາດໂຄວິດ - 19 ຄັ້ງນີ້.
ວັນທີ 25 ພຶດສະພາ, ການນຳນະຄອນ ເກິ່ນເທີ ໄດ້ແຕ່ງຕັ້ງຄະນະຜູ້ແທນລົງຢ້ຽມຢາມ ແລະ ອວຍພອນວັນບຸນວິສາຂະບູຊາ 2021 - ພ.ສ 2565 ຢູ່ບັນດາສະຖານທີ່ບູຊາ ໃນບໍລິເວນນະຄອນ. ນະທີ່ນີ້, ການນຳນະຄອນມີຄວາມປາດຖະໜາຢາກ ໃນໄລຍະຈະມາເຖິງ, ດ້ວຍທິດນຳທີ່ວ່າ “ຢູ່ໃນສິນ, ກິນໃນທຳ”, “ຮ່ວມເດີນທາງພ້ອມກັບປະເທດຊາດ”, ບັນດາຜູ້ມີຍົກສັກຕຳແໜ່ງ, ພະມະຫາອາຈານ ບັນດາສະຖານທີ່ບູຊາ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ສືບຕໍ່ຂົນຂວາຍປະຊາຊົນ, ປະຕິບັດບັນດາແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຍູ້ແຮງວຽກງານທຳການກຸສົນໃນສັງຄົມ, ພ້ອມກັບນະຄອນເກິ່ນເທີ ແລະ ທົ່ວປະເທດປະຕິບັດ “ເປົ້າໝາຍຄວບຄູ່” ທັງພັດທະນາເສດຖະກິດ - ສັງຄົມ, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງມີໄຊ.
(ແຫຼ່ງຄັດຈາກ VOV)