• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດການສຳຫຼວດ ການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍທີ່ມີອາຍຸແຕ່ 5 ປີ

      ວັນທີ 6 ມັງກອນ, ຫ້ອງວ່າການລັດຖະບານ ກໍ່ມີເອກະສານສະເໜີໃຫ້ ກະຊວງສາທາລະນະສຸກ ສ້າງຮ່າງມະຕິຂອງ ລັດຖະບານ ກ່ຽວກັບການຊື້ວັກຊິນເພື່ອສັກໃຫ້ເດັກນ້ອຍ ທີ່ມີອາຍຸແຕ່ 5 ຫາ12 ປີ ໃຫ້ສຳເລັດຜົນໂດຍໄວ, ແລ້ວລາຍງານຕໍ່ນາຍົກລັດຖະມົນຕີ.
 
ພາບປະກອບ: TTXVN
      ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມອບໃຫ້ກະຊວງສາທາລະນະສຸກ ຫວຽດນາມ ເປັນປະທານ, ສົມທົບກັບກະຊວງການສຶກສາ ແລະ ບຳລຸງສ້າງ ຈັດການສຳຫຼວດ ການສັກວັກຊິນໃຫ້ແກ່ເດັກນ້ອຍທີ່ມີອາຍຸແຕ່ 5 ປີຂຶ້ນໄປ, ທາບທາມປະສົບການຈາກສາກົນ, ທີ່ຖອດຖອນບົດຮຽນຈາກບັນດາທ້ອງຖິ່ນພາຍໃນປະເທດ, ກະກຽມແຜນການສັກວັກຊິນໃຫ້ແກ່ເດັກນ້ອຍ ເພື່ອໃຫ້ໄດ້ໄປມາຮຽນ ຢູ່ໂຮງຮຽນ ໂດຍກົງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ຮຽກຮ້ອງໃຫ້ ກະຊວງສາທາລະນະສຸກ ຮີບດ່ວນປະຕິບັດບັນດາຄຳສັ່ງຂອງ ນາຍົກລັດຖະມົນຕີ ກ່ຽວກັບການຍູ້ໄວການສັກວັກຊິນ, ກ່ຽວກັບຄວາມຕ້ອງ ການນຳເຂົ້າ ວັກຊິນ ເພື່ອຮັບປະກັນເປົ້າໝາຍທີ່ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳ.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top