• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ວາງ​ສະ​ແດງ 80 ປີ ກະ​ສິ​ກຳ ແລະ ສິ່ງ​ແວ​ດ​ລ້ອມ: ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ອະ​ນາ​ຄົດທີ່​ຍືນ​ຍົງ

ໂດຍໄດ້ດຳເນີນແຕ່ວັນທີ 28 ສິງຫາ ຫາວັນທີ 5 ກັນຍາ, ຢູ່ ຫໍ ກິມກຸຍ, ຕາແສງ ດົງແອັງ, ນະຄອນຮ່າໂນ້ຍ, ງານວາງສະແດງໄດ້ຮັບການອອກແບບຕາມຄວາມຮູ້ສຶກ “ອະດີດຕະການແຫ່ງຄວາມສະຫງ່າອົງອາດ - ການປ່ຽນແປງໃໝ່ໃນປະຈຸບັນ - ການບຸກທະລຸໃນອະນາຄົດ”, ສົມທົບກັບການວາງສະແດງວັດຖຸພັນ ແລະ ແອັບ ເຕັກໂນໂລຢີທີ່ທັນສະໄໝ.
ທ່ານ ຟຸ່ງດຶກຕຽນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ

ເມື່ອກ່າວຄຳເຫັນໃນການປະຊຸມຂ່າວກ່ຽວກັບງານວາງສະແດງຂະແໜງກະສິກຳ ແລະ ສິ່ງແວດລ້ອມ ພາຍໃຕ້ຫົວຂໍ້ “80 ປີແຫ່ງການພັດທະນາຂະແໜງກະສິກຳ ແລະ ສິ່ງແວດລ້ອມ ເພື່ອຄວາມວັດທະນາຖາວອນຂອງຊາດ ແລະ ອະນາຄົດທີ່ຍືນຍົງ” ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 18 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ຟຸ່ງດຶກຕຽນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ເນັ້ນໜັກວ່າ:

“ດ້ວຍບັນດາຜົນງານກ່ຽວກັບກະສິກຳ ແລະ ສິ່ງແວດລ້ອມພິເສດແມ່ນ 40 ປີແຫ່ງການປ່ຽນແປງໃໝ່ງານວາງສະແດງສະແດງໃຫ້ເຫັນບັນດາກົນໄກນະໂຍບາຍທິດທາງໃຫຍ່ຂອງພັກບັນດາກົດໝາຍກ່ຽວກັບກະສິກຳ ແລະ ສິ່ງແວດລ້ອມ. ງານວາງສະແດງແມ່ນບ່ອນເຕົ້າໂຮມສິ່ງຍອດຍິ່ງເຜີຍແຜ່ບັນດາຜົນງານຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ. ນີ້ກໍແມ່ນກຳລັງໜູນແຜ່ກະຈາຍເພື່ອໃຫ້ຂະແໜງກະສິກຳ ແລະ ສິ່ງແລດລ້ອມນັບມື້ນັບພັດທະນາດີກວ່າເກົ່າຄືດັ່ງຄຳຢັ້ງຢືນຂອງພັກທີ່ວ່າ ກະສິກຳແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ ກໍຄືເສີມຂະຫຍາຍທ່າໄດ້ປຽບແຫ່ງຊາດ”.

ໂດຍໄດ້ດຳເນີນແຕ່ວັນທີ 28 ສິງຫາ ຫາວັນທີ 5 ກັນຍາ, ຢູ່ ຫໍ ກິມກຸຍ, ຕາແສງ ດົງແອັງ, ນະຄອນຮ່າໂນ້ຍ, ງານວາງສະແດງໄດ້ຮັບການອອກແບບຕາມຄວາມຮູ້ສຶກ “ອະດີດຕະການແຫ່ງຄວາມສະຫງ່າອົງອາດ - ການປ່ຽນແປງໃໝ່ໃນປະຈຸບັນ - ການບຸກທະລຸໃນອະນາຄົດ”, ສົມທົບກັບການວາງສະແດງວັດຖຸພັນ ແລະ ແອັບ ເຕັກໂນໂລຢີທີ່ທັນສະໄໝ.

(ແຫຼ່ງຄັດຈາກ VOV)

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.

Top