• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ມະ​ຫາ​ກຳ​​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ມີ​ຂອບ​ຂະ​ໜາດ​ບໍ່​ເຄີຍ​ມີ​ມາ​ກ່ອນ

ງານ​ມະ​ຫາ​ກຳ​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ຄັ້ງ​ທີ 1 ໄດ້​ໄຂ​ຂຶ້ນ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ, ໂດຍ​ມີ​ການ​ເຂົ້າ​ຮ່ວມຂອງ​ນັກ​ກິ​ລາ​ປະ​ມານ 10.000 ຄົນທີ່​ມາ​ຈາກ 168 ຄະ​ນະ​, ເຊິ່ງ​ຈະແຂ່ງ​ຂັນກິ​ລາ 44 ປະ​ເພດ​ລວມ​ມີ 832 ເນື້ອ​ໃນ.
  ບັນ​ດາ​ນັກ​ກິ​ລາ​ດີ​ເດັ່ນ​ຂອງ ນະ​ຄອນ​ໂຮ່​ຈີ​ມິນ ແຫ່​ທວນ​ໄຟ​ຂຶ້ນ ເວ​ທີ (ພາບ: VOV)  

ຕອນ​ຄ່ຳ​ວັນ​ທີ 19 ເມ​ສາ, ງານ​ມະ​ຫາ​ກຳ​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ຄັ້ງ​ທີ 1 ໄດ້​ໄຂ​ຂຶ້ນ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ, ໂດຍ​ມີ​ການ​ເຂົ້າ​ຮ່ວມຂອງ​ນັກ​ກິ​ລາ​ປະ​ມານ 10.000 ຄົນທີ່​ມາ​ຈາກ 168 ຄະ​ນະ​, ເຊິ່ງ​ຈະແຂ່ງ​ຂັນກິ​ລາ 44 ປະ​ເພດ​ລວມ​ມີ 832 ເນື້ອ​ໃນ ​ນີ້​ແມ່ນ​ບາດ​ກ້າວ​ກະ​ກຽມ​ກຳ​ລັງ​ໃຫ້​ແກ່​ງານ​ມະ​ຫາ​ກຳ​ກິ​ລາ​ທົ່ວ​ປະ​ເທດ ປີ 2026. ພິ​ທີ​ໄຂ​ໄດ້​ດຳ​ເນີນ​ດ້ວຍ​ບັນ​ດາ​ລາຍ​ການ​ສະ​ແດງ​ສິລະ​ປະ, ວັດ​ທະ​ນະ​ທຳ, ສິ​ລະ​ປະ​ຂີ່ລົດ​ຈັກ… ຫຼັງ​ຈາກ​ນັ້ນ,​168 ຄະ​ນະທີ່ມາ​ຈາກ 168 ຕາ​ແສງ ແລະ 2 ຄະ​ນະ​ນັກ​ກິ​ລາ ມາ​ຈາກກອງ​ບັນ​ຊາ​ການ​ນະ​ຄອນ, ຕຳຫຼວດ​ນະ​ຄອນ​ແຫ່​​ຜ່ານຜາມ​ພິ​ທີ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານຫງວຽ​ໜ​ແມັ້ງ​ເກືອງ ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ:

ຈາກ​ບັນ​ຍາ​ກາດ​ຂອງ​ງານ​ມະ​ຫາ​ກຳ, ພວກ​ເຮົາ​ສືບ​ຕໍ່​ຍູ້​ແຮງ​ຂະ​ບວນ​ການ​ຝືກ​ຝົນຫຼໍ່ຫຼອມ​ຮ່າງ​ກາຍ, ຍົກ​ສູງ​ສຸ​ຂະ​ພາບກວ່າ​ອີກ, ສ້າງ​ຊາວ​ນະ​ຄອນ​ໂຮ່​ຈີ​ມິ​ນ​ໃຫ້​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ມີ​ໄຫວ​ພິບ, ຄຸນ​ນະທາດ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ມຸ່ງ​ຫວັງ. ຜ່ານ​ນັ້ນ, ຕອບ​ສະ​ໜອງ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ​ພັດ​ທະ​ນານະ​ຄອນ ໂຮ່​ຈີ​ມິນ ໃນ​ສັງ​ກາດ​ໃໝ່.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top