• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນ​ເປີດ​ປະ​ທັບ​ຕາ ວິ​ຫານ ເຈິ່ນ ລະ​ດູ​ບານ​ໃໝ່​ປີ​ມະ​ໂລງ 2024

ໃນບັນຍາກາດທີ່ເຄັ່ງຂຶມ, ບັນດາພິທີກຳຄື: ຖະຫວາຍທູບທຽນ, ແຫ່ປະທັບຕາ ແລະ ເປີດປະທັບຕາ ໄດ້ດຳເນີນໄປດ້ວຍຄວາມໝາຍ ອະທິຖານພາວະນາໃຫ້ປະຊາຊົນມີຄວາມສະຫງົບສຸກ, ປະເທດເທດມີສັນຕິພາບ, ຈະເລີນຮຸ່ງເຮືອງ ແລະ ສຶກສາມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ເຊີດຊູ ລາດຊະວົງ ເຈິ່ນ, ເຊິ່ງເປັນ ລາດຊະວົງທີ່ມິອິດທິພົນຢ່າງສະຫງ່າລາສີໃນປະຫວັດສາດຂອງຊາດ ຫວຽດນາມ.
ພິທີແຫ່ປະທັບຕາ

ງານບຸນເປີດປະທັບຕາ ວິຫານ ເຈິ່ນ ລະດູບານໃໝ່ປີມະໂລງ 2024 ຖືກດຳເນີນໃນຕອນກາງຄືນວັນທີ 23 ກຸມພາ, ຮຸ່ງເຊົ້າວັນທີ 24 ກຸມພາ (ເຊິ່ງກົງກັບຄ່ຳຄືນວັນທີ 14, ຮຸ່ງເຊົ້າວັນທີ 15 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ) ຢູ່ເຂດປູຊະນີຍະສະຖານວິຫານ ເຈິ່ນ, ແຂວງ ນາມດິ້ງ ຂອງ ຫວຽດນາມ. ໃນບັນຍາກາດທີ່ເຄັ່ງຂຶມ, ບັນດາພິທີກຳຄື: ຖະຫວາຍທູບທຽນ, ແຫ່ປະທັບຕາ ແລະ ເປີດປະທັບຕາ ໄດ້ດຳເນີນໄປດ້ວຍຄວາມໝາຍ ອະທິຖານພາວະນາໃຫ້ປະຊາຊົນມີຄວາມສະຫງົບສຸກ, ປະເທດເທດມີສັນຕິພາບ, ຈະເລີນຮຸ່ງເຮືອງ ແລະ ສຶກສາມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ເຊີດຊູ ລາດຊະວົງ ເຈິ່ນ, ເຊິ່ງເປັນ ລາດຊະວົງທີ່ມິອິດທິພົນຢ່າງສະຫງ່າລາສີໃນປະຫວັດສາດຂອງຊາດ ຫວຽດນາມ. ທ່ານນາງ ຫງວຽນທິຍື, ຮອງປະທານ ຄະນະກຳມະການປະຊາຊົນນະຄອນ ນາມດິ້ງ, ເນັ້ນໜັກວ່າ:  

“ງານບຸນເປີດປະທັບຕາ ແມ່ນມີຄວາມໝາຍວັດທະນະທຳມະນຸດອັນຍິ່ງໃຫຍ່ ນັ້ນແມ່ນ ພາວະນາໃຫ້ “ປະເທດຊາດມີສັນຕິພາບຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມສະຫງົບສຸກ”, ທຸກໆຄອບຄົວລ້ວນແຕ່ໄດ້ຊົມໃຊ້ສິນປະທັບຕາຈາກວິຫານ ເຈິ່ນ”.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ

Top