• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ໂອ​ຊາ​ກາ, ຍີ່​ປຸ່ນ: ວາດ​ພາບ​​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ

ທ່ານ ຫງວຽນ​ເຈື່ອງ​ເຊີນ ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ໂອ​ຊາ​ກີ, ເນັ້ນ​ນັກ​ເຖິງ​ຄວາມ​ໝາຍ​ພິ​ເສດ​ຂອງ​ການ​ຮັກ​ສາ​ງານ​ບຸນ​ໃນ​ຕະຫຼອດ​ໄລ​ຍະ 9 ປີ​ຜ່ານ​ມາ.
  ວາດພາບບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ (ພາບ: TTXVN )  

ວັນ​ທີ 19 ເມ​ສາ, ຢູ່​ເມືອງ Ikuno, ນະ​ຄອນ ໂອ​ຊາ​ກາ (ຍີ່​ປຸ່ນ), ງານ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ວາດ​ພາບ​​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ຄັ້ງ​ທີ 9 ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ, ອົບ​ອຸ່ນ ແລະ ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ. ເຫດ​ການ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ນັບ​ໜຶ່ນ​ຄົນ, ລວມ​ມີ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ, ເຮັດ​ວຽກ​ຢູ່​ຍີ່​ປຸ່ນ ພ້ອມ​ກັບ​ຊາວ​ທ້ອງ​ຖິ່ນ ແລະ ເພື່ອນ​ມິດ​ສາ​ກົນ​ເປັນ​ຈຳ​ນວນຫຼວງຫຼາຍ.

ກ່າວ​ຄຳ​ເຫັນໄຂ​ງານ​ບຸນ, ທ່ານ ຫງວຽນ​ເຈື່ອງ​ເຊີນ ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ໂອ​ຊາ​ກີ, ເນັ້ນ​ນັກ​ເຖິງ​ຄວາມ​ໝາຍ​ພິ​ເສດ​ຂອງ​ການ​ຮັກ​ສາ​ງານ​ບຸນ​ໃນ​ຕະຫຼອດ​ໄລ​ຍະ 9 ປີ​ຜ່ານ​ມາ. ທ່ານ ຫງວຽ​ນ​ເຈື່ອງ​ເຊີນ​ຖື​ວ່າ ຄວາມ​ເຊື່ອ​ຖື​ເຫຼື້ອມ​ໃສ​ບູ​ຊາ ເຈົ້າ​ຊີ​ວິດ​ຮຸ່ງ ໂດຍ​ອົງ​ການ Unesco ຮັບ​ຮອງ​ເອົາ ແມ່ນ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງມວນ​ມະ​ນຸດ, ບໍ່​ພຽງ​ແຕ່​ແມ່ນ​ສັນ​ຍາ​ລັກ​ຂອງ​ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເສັ້​ນ​ຝ້າຍສະ​ໜິດ​ຕິດ​ພັນ​ຈິດ​ໃຈ​ຊາດ ສຳ​ລັບ​ຊາວ​ຫວຽດ​ນາມ​ ຢູ່​ທຸກປະ​ເທດ​ໃນ​ທົ່ວ​ໂລກ. ການ​ວາດ​ພາບ​ບຸນ​ໄຫວ້ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ຢູ່​ຍີ່​ປຸ່ນ ແມ່ນ​ຫຼັກ​ຖານ​ພະ​ຍານ​ອັນ​ຈະ​ແຈ້ງ​ທີ່​ສຸດ​ໃຫ້​ແກ່​ພະ​ລັງ​ຊີ​ວິດ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ ແລະ ຈິດ​ໃຈ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່​ຫ່າງ​ໄກຈາກ​ບ້ານ​ເກີດ​ເມືອງນອນ.

(ແຫຼ່ງຄັດຈາກ VOV)

ງານ​ບຸນ​ໝູ່​ບ້ານ ເຢືອງ​ໂໜ້ ປີ 2026 - ຈຸດ​ນັດ​ພົບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ໃນ​ເດືອນ​ພຶດ​ສະ​ພາ ຢູ່ ເຫວ້

ງານ​ບຸນ​ໝູ່​ບ້ານ ເຢືອງ​ໂໜ້ ປີ 2026 - ຈຸດ​ນັດ​ພົບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ໃນ​ເດືອນ​ພຶດ​ສະ​ພາ ຢູ່ ເຫວ້

ງານ​ບຸນໝູ່​ບ້ານ ເຢືອງ​ໂໜ້ ປີ 2026 ດ້ວຍ​ຫົວ​ຂໍ້ “ເຢືອງ​ໂໜ້ - ວິ​ວັດ​ການ​ເດືອນ​ພຶດ​ສະ​ພາ” ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 14 ພຶດ​ສະ​ພາ. ໝູ່​ບ້ານ ເຢືອ​ງໂໜ້ ຢູ່​ນະ​ຄອນ ເຫວ້ ແມ່ນ​ບ່ອນ​ທີ່​ປະ​ທານ ໂຮ່​ຈີ​ມິນ ເຄີຍ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ໃນ​ຄາວ​ເຍົາ​ໄວ.

Top