• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນ​ລົງ​ທົ່ງ​ນາ​ໃນ​​ວັນ​ທີ 3 ຂອງ​ບຸນ​ເຕັດ

ຕອນເຊົ້າວັນທີ 27 ມັງກອນ (ກົງກັບວັນທີ 3 ບຸນເຕັດປີຊວດ 2020), ງານບຸນລົງທົ່ງນາທຳອິດໃນທົ່ວປະເທດ ໄດ້ດຳເນີນຢູ່ບ້ານ ແທັງຮວາ, ຕາແສງຈຸງແທັງ, ເທດສະບານຕາແສງ ໂຝອຽນ, ແຂວງທາຍງວຽນ.

(ພາບ: 
TTXVN)

ນີ້ແມ່ນການເຄື່ອນໄຫວຈັດຂຶ້ນເປັນປະຈຳປີ ໃນໂອກາດຕົ້ນປີໃໝ່ຂອງທ້ອງຖິ່ນ ດ້ວຍຄວາມໝາຍເປີດສາກໃຫ້ແກ່ປີການຜະລິດກະສິກຳໃໝ່ ດ້ວຍຄວາມຫວັງຢາກໃຫ້ດິນຟ້າອາກາດອຳນວຍຄວາມສະດວກ, ລະດູເກັບກຽວໄດ້ຮັບຜົນດີ.

  ເລີ່ມຕົ້ນພິທີ, ຜູ້ຕາງໜ້າການນຳແຂວງທາງວຽນ ແລະ ເທດສະບານຕາເສງໂຝອຽນ ໄດ້ຂັບລົດໄຖທັນສະໄໝທີ່ສຸດລົງທົ່ງນາ, ຫຼັງຈາກນັ້ນແມ່ນການແຂ່ງຂັນໄຖນາດ້ວຍຄວາຍ, ການແຂ່ງຂັນດຳນາ ຊື່ງໄດ້ດຶງດູດການເຂົ້າຮ່ວມຂອງຊາວກະສິກອນເປັນຈຳນວນຫຼວງຫຼາຍ.

 (ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top