• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງ “ບົດເພງສະຫຼອງໄຊດັງກ້ອງກັງວານຕະຫຼອດໄປ” ວາດພາບເຖິງປະຫວັດສາດອັນສະຫງ່າອົງອາດຂອງນະຄອນຫຼວງ ຮ່າໂນ້ຍ

ງານວາງສະແດງ “ບົດເພງສະຫຼອງໄຊດັງກ້ອງຕະຫຼອດໄປ” ໄດ້ເປີດປະຕູຮອດເດືອນ ພະຈິກ 2025 ຈຶ່ງຈະອັດລົງ.
ພາບຖ່າຍທີ່ໄດ້ນຳມາງານວາງສະແດງ (ພາບ: nguoihanoi.vn)

ງານວາງສະແດງ “ບົດເພງສະຫຼອງໄຊດັງກ້ອງກັງວານຕະຫຼອດໄປ” ຈະຈັດຂຶ້ນຢູ່ເຂດປູຊະນີຍະສະຖານ ຄຸກ ຮວາລໍ່, ທີ່ ຮ່າໂນ້ຍ ໃນວັນທີ 02 ຕຸລາ, ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1945 – 10 ຕຸລາ 2025). ງານວາງສະແດງແມ່ນການຕອບບຸນແທນຄຸນຢ່າງເລິກເຊິ່ງ ຕໍ່ບັນດາຜູ້ເປັນລູກທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ ແລະ ນະຄອນຫຼວງ, ພ້ອມກັນນັ້ນ ກໍ່ເປັນການຢັ້ງຢືນຄວາມຄາດຫວັງບືນຕົວຂຶ້ນ, ແຜ່ຂະຫຍາຍສານສັນຕິພາບ, ມິດຕະພາບຂອງ ຮ່າໂນ້ຍ ໃນຍຸກສະໄໝແຫ່ງການເຊື່ອມໂຍງ. ຈຸດພົ້ນເດັ່ນແມ່ນສາກການສະແດງພັນລະນາຄືນບັນຍາກາດປິຕິຊົມຊື່ນຂອງວັນທະຫານກັບຄືນເມືອ, ພ້ອມກັບການເຂົ້າຮ່ວມຂອງບັນດາຕົວພະຍານປະຫວັດສາດ ແລະ ຍາດຕິພີ່ນ້ອງຂອງນັກຮົບທີ່ເຄີຍເຂົ້າຮ່ວມການຮັບເອົາ ແລະ ບໍລິຫານນະຄອນຫຼຼວງໂດຍກົງ.

ງານວາງສະແດງ “ບົດເພງສະຫຼອງໄຊດັງກ້ອງຕະຫຼອດໄປ” ໄດ້ເປີດປະຕູຮອດເດືອນ ພະຈິກ 2025 ຈຶ່ງຈະອັດລົງ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top