• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງເອກະສານກ່ຽວກັບ “ບັນດາບົດຂຽນ ແລະ ພາລະກິດ ຕໍ່ສູ້ປະຕິວັດຂອງປະທານໂຮ່ຈີມິນ

      ຕອນຄ່ຳວັນທີ 14 ພະຈິກ, ໄດ້ດຳເນີນງານວາງສະແດງເອກະສານກ່ຽວກັບ ບັນດາບົດຂຽນ ແລະ ພາລະກິດ ຕໍ່ສູ້ປະຕິວັດຂອງປະທານໂຮ່ຈີມິນຢູ່ນະຄອນຫຼວງ ປາຣີ (ປະເທດຝລັ່ງ). 
ບັນດາບົດຂຽນ ແລະ ພາລະກິດ ຕໍ່ສູ້ປະຕິວັດຂອງປະທານໂຮ່ຈີມິນ 
      ທີ່ງານວາງສະແດງ, ບັນດາບົດຂຽນໃນພາລະກິດຕໍ່ສູ້ປະຕິວັດຂອງປະທານໂຮ່ຈີມິນ, ພິເສດໃນໄລຍະທີ່ເພີ່ນເຄື່ອນໄຫວປະຕິວັດຢູ່ ຝລັ່ງ, ໄດ້ແນະນຳເຖິງບັນດາຜູ້ເຂົ້າຮ່ວມ. ນີ້ຖືວ່າແມ່ນບັນດາເອກະສານອັນລ້ຳຄ່າ, ທີ່ນັກປະຫວັດສາດວິທະຍາ Alain Suscio ເກັບກຳ, ດ້ວຍການໜູນຊ່ວຍຂອງບັນດາສະມາຄົມຊາວ ຫວຽດນາມ ຢູ່ຝລັ່ງ, ບັນດາສູນສຳເອກະສານເນົາຢູ່ ຫວຽດນາມ ແລະ      ຝລັ່ງ. ທ່ານ Alain Suscio ໃຫ້ຮູ້ວ່າ:
        ປຶ້ມຫົວນີ້ສ້າງຄວາມສົນໃຈໃຫ້ແກ່ຜູ້ອ່ານແມ່ນບັນດາຜູ້ຢູ່ໃນເກນອາຍຸຊ່ຳຂ້າພະເຈົ້າ, ແລະ ຜູ້ມີອາຍຸສູງກ່ວາ. ເຂົາເຈົ້າຮູ້ຫຼາຍພໍສົມຄວນກ່ຽວກັບບັນດາການຕໍ່ສູ້ສະໜັບສະໜູນ ຫວຽດນາມ ຂອງປະຊາຊົນຝລັ່ງ. ປັດຈຸບັນເຂົາເຈົ້າລ້ວນແຕ່ມີອາຍຸສູງແລ້ວ ແຕ່ສຳລັບເຂົາເຈົ້າແລ້ວ ຊື່ ໂຮ່ຈີມິນນັ້ນແມ່ນຈະເວົ້າເຖິງສິ່ງໃດໜຶ່ງ. ຕໍ່ໄປ, ຂ້າພະເຈົ້າຫວັງວ່າ ຮູບເຄິ່ງຄີງຂອງປະທານໂຮ່ຈີມິນຈະດຶງດູດໄດ້ໄວໜຸ່ມ, ຍ້ອນວ່າປະທານໂຮ່ຈີມິນແມ່ນແບບຢ່າງທີີ່ດີໃຫ້ແກ່ທົ່ວໂລກ.
        ປຶ້ມ ໂຮ່ຈີມິນ - ບັນດາບົດຂຽນ ແລະ ພາລະກິດຕໍ່ສູ້ປະຕິວັດ” ໄດ້ຈຳໜ່າຍກ່ອນນີ້ 3 ເດືອນ (ເດືອນສິງຫາ 2019)ຢ່າງເປັນທາງການ. ຕັ້ງແຕ່ນັ້ນມາ, ທ່ານ Alain Suscio ໄດ້ຍາດແຍ່ງໂອກາດເພື່ອແນະນຳຜົນງານຂອງຕົນໃຫ້ຜູ້ອ່ານຊາວຝລັ່ງ, ແຕ່ລະເທື່ອ ເມືອຈັດຕັ້ງງານວາງສະແດງກໍ່ສາມາດດຶງດູດຜູ້ເຂົ້າຮ່ວມໄດ້ນັບຫຼາຍແສນຄົນ.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top