(ງານວາງສະແດງພາບຖ່າຍ “ນະຄອນໂຮ່ຈິມິນ ຕັ້ງໜ້າປະຕິບັດຄຳຮຽກຮ້ອງ
ແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ”)
ງານວາງສະແດງໄດ້ວາງສະແດງພາບຖ່າຍເອກະສານເກືອບ 100 ແຜ່ນ ໄດ້ທີ່ຮັບການຄັດຈ້ອນ ເພື່ອສ່ອງແສງຄຳຮຽກຮ້ອງຂອງປະທານໂຮ່ຈິມິນ. ມາຢ້ຽມຊົມງານວາງສະແດງ, ເອື້ອຍ ຮົ່ງແຮ້ງ, ຢູ່ເມືອງ 1, ນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.
“ເມື່ອມາເຂົ້າຊົມພາບຖ່າຍ ຂ້າພະເຈົ້າເຫັນວ່າ ມີພາບຖ່າຍ, ເອກະສານກ່ຽວກັບປະທານໂຮ່ຈິມິນ ຫຼາຍຢ່າງ, ໃນນັ້ນມີຈຸດເວລາທີ່ປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ. ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບບັນດາການເຄື່ອນໄຫວໃນວິວັດການຂອງປະທານໂຮ່ຈິມິນ ອອກຄຳຮຽກຮ້ອງໃຫ້ທົ່ວປະເທດ ພ້ອມກັບປະຊາຊົນອອກເຫື່ອເທແຮງຕໍ່ສູ້ປົກປັກຮັກສາປະເທດ. ຜ່ານນັ້ນ, ໄດ້ປຸກລຸກນ້ຳໃຈຮັກຊາດ, ເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ”.
ງານວາງສະແດງ “ນະຄອນໂຮ່ຈິມິນ ຕັ້ງໜ້າປະຕິບັດຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ” ເປີດປະຕູຮອດວັນທີ 20 ມິຖຸນາ ຈຶ່ງຈະອັດລົງ.
(ແຫຼ່ງຄັດຈາກ VOV)