• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ບັນລຸຜົນສຳເລັດຢ່າງດີງາມ

ຄະນະຜູ້ແທນຂອງ ຫວຽດນາມ ແລະ ລາວ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຄ້າຍກອງຮ້ອຍປ້ອງກັນຊາຍແດນ 214 (ກອງທັບປະຊາຊົນ ລາວ), ເຊິ່ງແມ່ນຂອງຂວັນມອບໃຫ້ກອງທັບປະຊາຊົນ ຫວຽດນາມ.
ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ບັນລຸຜົນສຳເລັດຢ່າງດີງາມ (ພາບ: qdnd.vn)

ໂດຍຈັດຂຶ້ນແຕ່ວັນທີ 22 – 23 ຕຸລາ, ຢູ່ເຂດເມືອງ ມົກເຈົາ, ແຂວງ ເຊີນລາ, ຫວຽດນາມ, ແລະ ເມືອງ ສົບເບົາ, ແຂວງ ຫົວພັນ, ລາວ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ບັນລຸຜົນສຳເລັດຢ່າງດີງາມ, ດ້ວຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ. ເຂົ້າຮ່ວມງານພົບປະ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ, ຄະນະຜູ້ແທນ ລາວ ໂດຍທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ນຳໜ້າ.

ວັນທີ 23 ຕຸລາ, ຄະນະຜູ້ແທນຂອງ ຫວຽດນາມ ແລະ ລາວ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຄ້າຍກອງຮ້ອຍປ້ອງກັນຊາຍແດນ 214 (ກອງທັບປະຊາຊົນ ລາວ), ເຊິ່ງແມ່ນຂອງຂວັນມອບໃຫ້ກອງທັບປະຊາຊົນ ຫວຽດນາມ.

ກ່ອນໜ້ານັ້ນ, ວັນທີ 22 ຕຸລາ, ຄະນະຜູ້ແທນຂອງ 2 ປະເທດໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຢູ່ເມືອງ ມົກເຈົາ (ແຂວງເຊີນລາ), ລວມມີ: ການປູກຕົ້ນໄມ້ຢູ່ດ່ານຊາຍແດນ ລອງເຊິບ; ເຂົ້າຮ່ວມການຝຶກຊ້ອມສົມທົບກັນຈັບອາດຊະຍາກຳຂ້າມຊາດ; ຢ້ຽມຢາມປ້ອມປ້ອງກັນຊາຍແດນ ລອງເຊິບ; ດຳເນີນການໂອ້ລົມເຈລະຈາ ແລະ ລົງນາມໃນເອກະສານຮ່ວມມືຈຳນວນໜຶ່ງ…

(ແຫຼ່ງຄັດຈາກ VOV)

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ບັນດາບ້ວງມາດຕະການດັ່ງກ່າວແມ່ນແນໃສ່ສ້າງລະບົບຄຸ້ມຄອງພື້ນຖານເສດຖະກິດ ທີ່ມີຄວາມສາມາດແກ້ໄຂຄວາມຂັດແຍ້ງລະຫວ່າງແຜນການ ແລະ ກຳລັງໜູນ

Top