• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນໜັງສືພິມ, ງານບຸນຂຽນຕົວໜັງສືລະດູບານໃໝ່ ດຶງດູດຜູ້ອ່ານ, ແຂກທ່ອງທ່ຽວມາຮ່ວມເປັນຈຳນວນຫຼາຍ

ມີປະຊາຊົນ, ແຂກທ່ອງທ່ຽວເປັນຈຳນວນຫຼາຍໄດ້ເຂົ້າຮ່ວມ, ອ່ານບັນດາສື່ສິ່ງພິມລະດູບານໃໝ່, ແຕ້ມຕົວໜັງສື.
ງານບຸນຂຽນຕົວໜັງສື (ພາບ: TTXVN)

ວັນທີ 23 ມັງກອນ, ມີປະຊາຊົນ, ແຂກທ່ອງທ່ຽວເປັນຈຳນວນຫຼາຍໄດ້ເຂົ້າຮ່ວມ, ອ່ານບັນດາສື່ສິ່ງພິມລະດູບານໃໝ່, ຂຽນຕົວໜັງສື, ງານວາງສະແດງພາບຖ່າຍ ທີ່ບັນດາງານບຸນຂຽນຕົວໜັງສືຢູ່ ຮ່າໂນ້ຍ, ງານບຸນໜັງສືພິມລະດູບານໃໝ່ຢູ່ແຂວງ ກ່າເມົາ, ລອງອານ.

        ຢູ່ ໂຮ່ວັນ, ຂຶ້ນກັບເຂດປູຊະນີຍະສະຖານແຫ່ງຊາດພິເສດ ວັນມຽວ - ກວັກຕືຢາມ, ໄດ້ໄຂງານບຸນ ຕົວໜັງສືລະດູບານໃໝ່ປີມະເສັງ 2025. ຢູ່ທີ່ນີ້ໄດ້ຈັດການເຄື່ອນໄຫວຫຼາຍຢ່າງ, ຄື: ເຂດຢ້ຽມຊົມມໍລະດົກ, ເຂດວັດທະນະທຳການອ່ານ, ແນະນຳບັນດາໝູ່ບ້ານອາຊີບ, ຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອຂອງ ຮ່າໂນ້ຍ, ພ້ອມກັບລາຍການສະແດງສິລະປະຂັບ ກາຈູ, ຂັບ ກວານຫໍ້, ຂັບ ແຈ່ວ… ບັນດາເຫດການໄດ້ຈັດຂຶ້ນຮອດວັນທີ 09 ກຸມພາ.

        ໃນວັນດຽວກັນ, ຢູ່ຫໍສະໝຸດແຂວງ ກ່າເມົາ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດງານບຸນໜັງສືພິມລະດູບານໃໝ່ປີມະເສັງ 2025. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ແກ່ບັນດາໜັງສືພິມລະດູບານໃໝ່ ແລະ ລາຍການລະດູບານໃໝ່ປີມະເສັງ 2025.

        ແລະກໍ່ໃນວັນທີ 23 ມັງກອນ, ແຂວງ ລອງອານ ກໍ່ໄດ້ຈັດພິທີໄຂງານບຸນໜັງສືພິມລະດູບານໃໝ່ ດ້ວຍຫົວຂໍ້ “ຊົມເຊີຍພັກສະອົງອາດ, ຊົມເຊີຍລະດູບານໃໝ່ປີມະເສັງ 2025”. ງານບຸນໄດ້ຈັດຂຶ້ນແຕ່ວັນທີ 23 – 31 ມັງກອນ, ຢູ່ສູນວັດທະນະທຳສິລະປະແຂວງ, ວາງສະແດງສື່ສິ່ງພິມ, ວາລະສານລະດູບານໃໝ່ຂອງສູນກາງ ແລະ ທ້ອງຖິ່ນຕ່າງໆ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນ​ໄຫວ ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ ປີ 2026 ດ້ວຍສານ ປະ​ດິດ​ຄິດ​ສ້າງ​ສີ​ຂຽວ - ອະ​ນາ​ຄົດສີ​ຂຽວ

ບັ້ນເຄື່ອນ​ໄຫວ “ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ” ປີ 2026 ດ້ວຍສານ “ປະ​ດິດ​ຄິດ​ສ້າງ​ສີ​ຂຽວ - ອະ​ນາ​ຄົດສີ​ຂຽວ”

ເຫດການລວມມີພິທີປຸກລະດົມ ແລະ ງານແຂ່ງຂັນແລ່ນຢູ່ຖະໜົນຄົນຍ່າງ ຈິງກົງເຊີນ, ຕາແສງ ໄຕໂຮ່, ນະຄອນຮ່າໂນ້ຍ, ພ້ອມກັບການແຂ່ງຂັນແລ່ນແບບທາງໄກໃນ ແຟຼດຟອມ 84Race ແຕ່ວັນທີ 21 ມີນາ ຫາວັນທີ 11 ເມສາ 2026.

Top