• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນສື່ມວນຊົນທົ່ວປະເທດ 2022: ສື່ມວນຊົນ ຫວຽດນາມ ສາມັກຄີ, ເປັນມືອາຊີບ, ທັນສະໄໝ ແລະ ມີວັດທະນະທຳມະນຸດ

ໂດຍດຳເນີນໃນເວລາ 3 ວັນ (ແຕ່ວັນທີ 13 – 15 ເມສາ), ງານບຸນສື່ມວນຊົນທົ່ວປະເທດປີ 2022 ແມ່ນໂອກາດເພື່ອເຊີດຊູຜົນງານໃຫຍ່ຫຼວງຂອງສື່ມວນຊົນ ຫວຽດນາມ.
  ງານບຸນສື່ມວນຊົນທົ່ວປະເທດ 2022 ດຳເນີນໃນເວລາ 3 ວັນ, ແຕ່ວັນທີ 13 – 15 ເມສາ  

 ຕອນເຊົ້າວັນທີ 13 ເມສາ, ງານບຸນສື່ມວນຊົນທົ່ວປະເທດ 2022 ດ້ວຍຫົວຂໍ້ “ສື່ມວນຊົນ ຫວຽດນາມ ສາມັກຄີ, ເປັນມືອາຊີບ, ທັນສະໄໝ ແລະ ມີວັດທະນະທຳມະນຸດ” ຖືກໄຂຂຶ້ນຢູ່ ຫໍພິພິທະພັນ ຮ່າໂນ້ຍ ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມນັກຂ່າວ ຫວຽດນາມ ຄົບຮອບ 72 ປີ (21/4/1950 – 21/04/2022), ມຸ່ງໄປເຖິງການສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 97 ປີ (21/06/1925 – 21/06/2022). ໂດຍດຳເນີນໃນເວລາ 3 ວັນ (ແຕ່ວັນທີ 13 – 15 ເມສາ), ງານບຸນສື່ມວນຊົນທົ່ວປະເທດປີ 2022 ແມ່ນໂອກາດເພື່ອເຊີດຊູຜົນງານໃຫຍ່ຫຼວງຂອງສື່ມວນຊົນ ຫວຽດນາມ. ໃນງານບຸນສື່ມວນຊົນທົ່ວປະເທດປີນີ້ ມີການເຂົ້າຮ່ວມຂອງ 49 ຫົວໜ່ວຍສື່ມວນຊົນຈາກສູນກາງ, ກະຊວງ, ຂະແໜງການຕ່າງໆ ພ້ອມດ້ວຍອົງການສື່ມວນຊົນມາຈາກ 57 ທ້ອງຖິ່ນ ລວມມີຮ້ານວາງສະແດງ 106 ຮ້ານ. ໃນນັ້ນ, ຢູ່ຮ້ານວາງສະແດງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳຂໍ້ມູນເປີດ ແລະ ເປັນມິດ ເພື່ອສື່ສານ, ແລກປ່ຽນກັບມວນຊົນ. ນັກຂ່າວ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່, ປະທານສະມາຄົມນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ແນະນຳຕໍ່ມວນຊົນກ່ຽວກັບອົງການສື່ມວນຊົນທີ່ມີມູນເຊື້ອປະຫວັດສາດ ມາແຕ່ດົນນານ ແລະ ພວມມຸ່ງໄປເຖິງການສ້າງສຳນັກສື່ມວນຊົນດ້ວຍຫຼາຍປະເພດ, ຫຼາຍພາສາ ແລະ ທັນສະໄໝ. VOV ແມ່ນອົງການສື່ມວນຊົນທີ່ມີຫຼາຍພາສາຕ່າງປະເທດທີ່ສຸດ, ມີພາສາຊົນເຜົ່າສ່ວນໜ້ອຍຫຼາຍທີ່ສຸດ ໃນອົງການສື່ມວນຊົນ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ໄດ້ແນະນຳໃຫ້ມວນຊົນກ່ຽວກັບໝາກຜົນທີ່ບັນລຸໄດ້ໃນການຫັນເປັນດີຈີຕອນຂອງ VOV ເຊິ່ງພົ້ນເດັ່ນແມ່ນ ໂປແກຼມ VTCNow, VOVlive ໂດຍເນັ້ນກ່ຽວກັບສຽງ ຂອງ ວິທະຍຸກະຈາຍສຽງ ຫວຽດນາມ, ສອດຄ່ອງກັບການຫັນເປັນດີຈີຕອນ”.

ໃນຂອບເຂດງານບຸນນີ້, ຍັງດຳເນີນກິດຈະກຳອື່ນຄື ງານວາງສະແດງພາບຖ່າຍສື່ມວນຊົນ, ເວທີປາໄສກ່ຽວກັບການຫັນເປັນດີຈີຕອນ… ອີກດ້ວຍ.


(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top