• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນສະເຫຼີມສະຫຼອງ 231 ປີແຫ່ງວັນໄຊຊະນະ ງອັກໂຫ່ຍ - ດົ໊ງດາ (1789 - 2020)

ບັ້ນສູ້ຮົບ ງອັກໂຫ່ຍ - ດົ໊ງດາ ໄດ້ຮັບໄຊຊະນະນັ້ນ ໄດ້ຢັ້ງຢືນເຖິງການທະຫານອັນດີເລີດຂອງກອງທັບ ໄຕເຊີນ. ໄຊຊະນະ ງອັກໂຫ່ຍ - ດົ໊ງດາ ແມ່ນການເຕົ້າໂຮມເອົາຄວາມຍອດຍິ່ງຂອງມູນເຊື້ອຮັກຊາດ, ຮັກຫອມເອກະພາບ - ເສລີພາບ ນັບພັນປີຂອງປະຊາຊົນເຮົາຢ່າງເລິກເຊິ່ງ.

ງານບຸນສະເຫຼີມສະຫຼອງ 231 ປີແຫ່ງວັນໄຊຊະນະ ງອັກໂຫ່ຍ - ດົ໊ງດາ (1789 - 2020)

ຕອນເຊົ້າວັນທີ 29 ມັງກອນ (ກົງກັບວັນທີ 5 ບຸນເຕັດປີຊວດ 2020), ງານບຸນສະເຫຼີມສະຫຼອງ 231 ປີແຫ່ງວັນໄຊຊະນະ ງອັກໂຫ່ຍ - ດົ໊ງດາ (1789 - 2020) ໄດ້ດຳເນີນຢູ່ເຂດປູສະນີຍະສະຖານລະດັບຊາດພິເສດ ໂນນ ດົ໊ງດາ (ຮ່າໂນ້ຍ) ແນໃສ່ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫລວງຂອງເຈົ້າຊີວິດ ກວາງຈູງ ພ້ອມກັບບັນດານາຍ ແລະ ພົນທະຫານ ໄຕເຊີນ ທີ່ໄດ້ສູ້ຮົບຢ່າງພິລະອາດຫານ, ເສຍສະຫຼະຊີວິດຕ້ານສັດຕູຈາກພາຍນອກ, ຮັກສາພື້ນຖານເອກະລາດຂອງປະເທດຊາດ.

        ເຂົ້າຮ່ວມພ້ອມກັບລູກຫຼານຢູ່ເຂດປູສະນີຍະສະຖານປະຫວັດສາດໂນນ ດົ໊ງດາ, ລຸງ ເຈິ່ນຄັກຕ່າຍ ຢູ່ຕາແສງ ຈູງລຽດ, ເມືອງ ດົ໊ງດາ, ຮ່າໂນ້ຍ ໃຫ້ຮູ້ວ່າ: 10 ປີມານີ້, ວັນທີ 5 ບຸນເຕັດປີໃດ ຂ້າພະເຈົ້າພ້ອມກັບລູກຫຼານກໍ່ມາສະຖານທີ່ແຫ່ງນີ້ ເພື່ອສະແດງຄວາມຮູ້ບຸນຄຸນຂອງເຈົ້າຊີວິດ ກວາງຈູງ.

        “ປີໃດຂ້າພະເຈົ້າກໍ່ມາທີ່ນີ້, ຂ້າພະເຈົ້າເຄົາລົບນັບຖືເຈົ້າຊີວິດ ກວາງຈູງ ພ້ອມກັບບັນດານາຍທະຫານ ຍ້ອນວ່າເພິ່ນໄດ້ສ້າງໄຊຊະນະແຫ່ງການສູ້ຮົບທີ່ດັງກ້ອງກັງວານ, ສະຫງ່າລາສີ.

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫວໍງວຽນຟອງ ປະທານຄະນະກຳມະການເມືອງ ດົ໊ງດາ ຢັ້ງຢືນວ່າ: ບັ້ນສູ້ຮົບ ງອັກໂຫ່ຍ - ດົ໊ງດາ ໄດ້ຮັບໄຊຊະນະນັ້ນ ໄດ້ຢັ້ງຢືນເຖິງການທະຫານອັນດີເລີດຂອງກອງທັບ ໄຕເຊີນ. ໄຊຊະນະ ງອັກໂຫ່ຍ - ດົ໊ງດາ ແມ່ນການເຕົ້າໂຮມເອົາຄວາມຍອດຍິ່ງຂອງມູນເຊື້ອຮັກຊາດ, ຮັກຫອມເອກະພາບ - ເສລີພາບ ນັບພັນປີຂອງປະຊາຊົນເຮົາຢ່າງເລິກເຊິ່ງ; ເປັນການຢັ້ງຢືນເຖິງນ້ຳໃຈສາມັກຄີ, ພິລະອາດຫານ, ເຈດຈຳນົງທີ່ອົງອາດກ້າແກ່ນ; ແມ່ນບົດແພງໄຊແຫ່ງອະມະຕະໃນປະຫວັດສາດແຫ່ງການຕໍ່ສູ້ໃນການສ້າງສາ ແລະ ຮັກສາປະເທດຊາດອັນຍິ່ງໃຫຍ່ຂອງປະເທດຊາດ.

        ແລະກໍ່ໃນວັນດຽວກັນ, ຢູ່ແຂວງ ເງະອານ, ບີ່ງດິ້ງ ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 231 ປີແຫ່ງວັນໄຊຊະນ ງອັກໂຫ່ຍ - ດົ໊ງດາ ເຊັ່ນດຽວກັນ.

 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ສອງປະເທດພວມມານະພະຍາຍາມມຸ່ງໄປເຖິງການນຳວົງເງິນການຄ້າບັນລຸລະດັບ 25 ຕື້ USD ຕາມທິດຸ່ນດ່ຽງກ່ວາ. ນີ້ແມ່ນໜ້າທີ່ຂອງສະຖານທູດ, ພິເສດແມ່ນຂອງພະນັກງານການຄ້າ.

Top