• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນດອກຄາຍຢູ່ເຂດພູພຽງຫີນ ດົ່ງວັນ

      ຕອນຄ່ຳວັນທີ 21 ກຸມພາ, ຢູ່ເມືອງ ແມ່ວວາກ (ແຂວງ ຮ່າຢາງ), ໄດ້ດຳເນີນງານບຸນດອກຄາຍ - 2019 ດ້ວຍບັນດາການເຄື່ອນໄຫວທີ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດມາຊອກຮູ້ຜ່ານຕົວຈິງເປັນຈຳນວນຫລວງຫລາຍ. 
ເຂົ້າຮ່ວມງານບຸນດອກຄາຍ, ແຂກທ່ອງທ່ຽວຈະໄດ້ຮັບຊົມບັນດາສວນດອກຄາຍງາມດັ່ງໃນຝັນຢູ່ເມືອງ ແມ່ວວາກ.
        ງານບຸນດອກຄາຍ 2019 ແມ່ນໂອກາດເພື່ອໃຫ້ເມືອງ ແມ່ວວາກ ໂຄສະນາ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທ່າແຮງດ້ານການທ່ອງທ່ຽວ, ແນະນຳບັນດາຈຸດຄວາມງາມຂອງເຂດດິນແດນ, ປະຊາຊົນ, ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍຢູ່ແຫ່ງນີ້. ງານບຸນໄດ້ຈັດຕັ້ງຂຶ້ນ ກໍ່ເພື່ອປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ຊຸກຍູ້ການຮ່ວມມື, ສົ່ງເສີມການລົງທຶນຂອງບັນດາອົງການ, ວິສາຫະກິດຢູ່ພາຍໃນ ແລະ ນອກແຂວງ; ດຶງດູດແຂກທ່ອງທ່ຽວມາສວນສາທາລະນະທໍລະນີທົ່ວໂລກພູພຽງຫີນ ດົ່ງວັນ ເວົ້າລວມ ແລະ ເມືອງ ແມ່ວວາກ ເວົ້າສະເພາະ.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top