• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄົ້ນຫາສີສັນວັດທະນະທຳຂອງ ໂຮ້ຍອານ ຢູ່ ຮ່າໂນ້ຍ

ເມື່ອມາແຫ່ງນີ້, ມະຫາຊົນຈະໄດ້ເຊື່ອມຕົວເຂົ້າກັບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຖະໜົນເກົ່າ ໂຮ້ຍອານ.
ເພື່ອນໜຸ່ມມີໂອກາດຊອກຮູ້ກ່ຽວກັບບຸນເຕັດທີ່ເປັນມູນເຊື້ອ ແລະ ວັດທະນະທຳຂອງ ໂຮ້ຍອານ

ໃນລະຫວ່າງວັນທີ 17 – 18 ກຸມພາ, ມະຫາຊົນຢູ່ນະຄອນຫຼວງ ໄດ້ຄົ້ນຫາກ່ຽວກັບບຸນເຕັດ ແລະ ມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງ ໂຮ້ຍອານ ຢູ່ ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວໂດຍຫໍພິພິຕະພັນຊົນເຜົ່າວິທະຍາ ຫວຽດມາມ ສົມທົບກັບສູນວັດທະນະທຳ - ກິລາ ແລະ ວິທະຍຸ - ໂທລະພາບ ໂຮ້ຍອານ ຈັດຂຶ້ນ. ເມື່ອມາແຫ່ງນີ້, ມະຫາຊົນຈະໄດ້ເຊື່ອມຕົວເຂົ້າກັບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຖະໜົນເກົ່າ ໂຮ້ຍອານ ທີ່ໄດ້ສ້າງຂຶ້ນ, ໃນແສງສີຂອງໂຄມໄຟ ແລະ ບັນດດາທຳນອງເພງເຂດ ກວາງ.

ບັນດາເພື່ອນໜຸ່ມມີໂອກາດຊອກຮູ້ກ່ຽວກັບບຸນເຕັດທີ່ເປັນມູນເຊື້ອ ແລະ ວັດທະນະທຳຂອງ ໂຮ້ຍອານ ດ້ວຍການໜູນຊ່ວຍຂອງເຕັກໂນໂລຊີຜ່ານໜ້າຈໍ ແລະ ແຂ່ງຂັນແຕ້ມພາບໂຕມັງກອນ…

(ແຫຼ່ງຄັດຈາກ VOV)

ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມື ອາຊຽນ ກັບ ນິວຊີແລນ, ອັງກິດ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມື ອາຊຽນ ກັບ ນິວຊີແລນ, ອັງກິດ

ບັນດາຜູ້ແທນກໍ່ຖືວ່າ ການຮ່ວມມືເຂດອະນຸພາກພື້ນ ບໍ່ພຽງແຕ່ແມ່ນເລື່ອງລາວການຮ່ວມມືໜູນຊ່ວຍການພັດທະນາເທົ່ານັ້ນ

Top