• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄົ້ນຄ້ວາບັນດາວິທີການແກ້ໄຂທີ່ມີປະສິດທິຜົນເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນ ແລະ ບັນດາແຂວງໃກ້ຄຽງ

      ຕອນເຊົ້າວັນທີ 8 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ເປັນປະທານກອງປະຊຸມທາງອອນລາຍລະຫວ່າງ ລັດຖະບານ ກັບ ການນຳນະຄອນ ໂຮ່ຈີມິນ ເພື່ອປຶກສາຫາລືບັນດາວິທີການແກ້ໄຂປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ເປັນປະທານກອງປະຊຸມ ກັບນະຄອນໂຮ່ຈີມິນ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ຕີລາຄາສູງຄວາມມານະພະຍາຍາມຂອງນະຄອນໂຮ່ຈີມິນໃນການຊີ້ນຳອຳນາດການປົກຄອງທຸກຂັ້ນ ພ້ອມກັບການລະດົມກຳລັງແຮງສາມັກຄີເພື່ອຕ້ານໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຄະນະປະຈຳລັດຖະບານ, ນາຍົກລັດຖະມົນຕີໄດ້ເຫັນດີໃຫ້ ນະຄອນໂຮ່ຈີມິນປະຕິບັດຄຳສັ່ງເລກທີ 16, ແຍກຫ່າງໃນສັງຄົມຢູ່ນະຄອນໃນເວລາ 15 ວັນ ເພື່ອສະກັດກັ້ນ, ຄວບຄຸມໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີເນັ້ນ ເລື່ອງປະຕິບັດການແຍກຫ່າງສັງຄົມແຕ່ບໍ່ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນຖືກຜົນສະທ້ອນ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຖືສຸຂະພາບ, ຊີວິດອິນຊີຂອງປະຊາຊົນເໜືອກ່ວາສິ່ງໃດໝົດ.
            ກ່ຽວກັບທັດສະນະຊີ້ນຳ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ນະຄອນ ໂຮ່ຈີມິນ ໃຫ້ບຸລິມະສິດສູງສຸດແກ່ວຽກງານປ້ອງກັນ, ຕ້ານໂລກລະບາດ ເພື່ອນຳນະຄອນກັບຄືນສູ່ສະພາບເປັນປົກກະຕິໂດຍໄວ. ບ່ອນໃດມີຄວາມປອດໄພ ຕ້ອງຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ບໍ່ຄວນຄິດໄປແຕ່ທາງລົບ ແຕ່ກໍບໍ່ໄດ້ປະໝາດ. ທ່ານກ່າວວ່າ:
        “ຍິ່ງປະສົບກັບຄວາມຫຍຸ້ງຍາກ, ສັບສົນພວກເຮົາຍິ່ງມີຄວາມສາມັກຄີ, ເອກະພາບກັນ, ຮັກສາຫຼັກການ, ເສີມຂະຫຍາຍປັນຍາລວມໝູ່, ເລືອກເອົາມາດຕະການທີ່ດີທີ່ສຸດ ເພື່ອຈັດຕັ້ງປະຕິບັດ, ລະດົມກຳລັງແຮງຂອງທັງລະບົບການເມືອງ ແລະ ທົ່ວປວງຊົນ ເພື່ອປ້ອງກັນ, ຕ້ານໂລກລະບາດ ແລະ ກັບຄືນສູ່ສະພາບເປັນປົກກະຕິ. ຕ້ອງມີຄວາມທຸ່ນທ່ຽງໃຈ, ຢຶດໝັ້ນ, ມີຈັນຍາບັນເພື່ອປະຕິບັດບັນດາເປົ້າໝາຍ, ມາດຕະການທີ່ໄດ້ວາງອອກໃຫ້ໄດ້ ແຕ່ຕ້ອງມີໄຫວພິບ, ມີຫົວຄິດປະດິດສ້າງ ແລະ ອີງໃສ່ສະພາບການຕົວຈິງ. ການຕ້ານໂລກລະບາດໃນຄັ້ງນີ້ຢູ່ນະຄອນ ໂຮ່ຈີມິນ ແມ່ນບໍ່ເຄີຍມີມາກ່ອນ, ຕ້ອງຕິດຕາມສະພາບການຢ່າງໃກ້ຊິດ, ທັງປະຕິບັດທັງຖອດຖອນບົດຮຽນ, ປັບປຸງ ແລະ ສ້າງໃຫ້ສົມບູນແບບເທື່ອລະເລັກລະນ້ອຍ.”
        ແລະກໍ່ໃນກອງປະຊຸມ, ຜູ້ຕາງໜ້າກະຊວງສາທາລະນະສຸກ ໄດ້ສະເໜີບາງມາດຕະການຕ້ອງປະຕິບັດຢູ່ນະຄອນໂຮ່ຈີມິນ, ບິ່ງເຢືອງ ແລະ ບາງແຂວງໃກ້ຄຽງຄື: ບຸລິມະສິດສູງທີ່ສຸດໃຫ້ແກ່ບັນດາສະຖານທີ່ພວມເກີດໂລກລະບາດໂຄວິດ - 19, ປະຕິບັດບັນດາມາດຕະການແຍກຕົວຢ່າງເຂັ້ມງວດ, ແຍກຫ່າງໃນສັງຄົມຕາມຂອບຂະໜາດທີ່ເໝາະສົມກັບສະພາບໂລກລະບາດໂຄວິດ - 19…
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top