• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄົນເຈັບທີ່ຕິດເຊື້ອໂຄວິດ-19 ຜູ້ສຸດທ້າຍຢູ່ປະເທດລາວ ໄດ້ອອກໂຮງໝໍແລ້ວ

      ໃນຕອນເຊົ້າຂອງວັນທີ 9 ມິຖຸນາ 2020 ທີ່ໂຮງໝໍມິດຕະພາບລາວ ໄດ້ຈັດພິທີສົ່ງຄົນເຈັບທີ່ຕິດເຊື້ອໂຄວິດ-19 ຜູ້ສຸດທ້າຍອອກໂຮງໝໍ. ຄົນເຈັບດັ່ງກ່າວ, ແມ່ນໜຶ່ງໃນຄົນເຈັບທັງໝົດ 19 ຄົນທີ່ຕິດເຊື້ອໃນ ສປປ ລາວ.

(ພາບ: kpl.gov.la)
      ຄົນເຈັບນີ້ແມ່ນກໍລະນີທີ 8 ເປັນເພດຊາຍ ອາຍຸ 18 ປີ ຢູ່ບ້ານດອນນົກຂຸ້ມ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ແລະ ກໍແມ່ນຜູ້ສຸດທ້າຍ ໃນຈຳນວນ 19 ຄົນ ທີ່ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 28 ມີນາ 2020, ເຊິ່ງໄດ້ຮັບການປີ່ນປົວຄົບຕາມກຳນົດ ແລະ ໄດ້ຫາຍດີເປັນປົກກະຕິ. ຜ່ານການກວດກາທາງດ້ານວິເຄາະບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນພາຍໃນ 24 ຊົ່ວໂມງ.
ໂອກາດດຽວກັນນີ້, ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໂຮງໝໍມິດຕະພາບ ແລະ ບັນດາແພດໝໍ ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາເຂົ້າໃນການປີ່ນປົວຄົນເຈັບໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ກໍເປັນຂ່າວດີສຳລັບ ສປປ ລາວ ສາມາດປີ່ນປົວກໍລະນີຜູ້ຕິດເຊື້ອ ໂຄວິດ-19 ໃຫ້ຫາຍດີທັງໝົດ 19 ຄົນ ແລະ ປັດຈຸບັນກໍບໍ່ມີກໍລະນີຜູ້ຕິດເຊື້ອໃໝ່.
ພ້ອມດຽວກັນນີ້, ທ່ານຍັງໄດ້ໃຫ້ທິດຊີ້ນຳແກ່ບັນດາແພດໝໍ ເຖິງວ່າຈະບໍ່ມີຄົນເຈັບນອນປີ່ນປົວກໍຕາມແຕ່ໂຮງໝໍຍັງຕ້ອງສືບຕໍ່ພາລະບົດບາດ ໃນການເຝົ້າລະວັງ, ຄັດກອງຄົນເຈັບ ແລະ ກຽມພ້ອມຮັບຄົນເຈັບ ຖ້າມີກໍລະນີເກີດຂຶ້ນໃໝ່ໃນຕໍ່ໜ້າ.
(ແຫຼ່ງຄັດຈາກ VOV)

ຊູ​ແອັດ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ ໃນ​ສະ​ຫະ​ພາບ ເອີ​ຣົບ

ຊູ​ແອັດ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ ໃນ​ສະ​ຫະ​ພາບ ເອີ​ຣົບ

ຫວຽດນາມ ຖືການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ຊູແອັດ ເປັນສຳຄັນ.

Top