• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄົນເຈັບຕິດເຊື້ອໂຄວິດ - 19 ສາມຄົນຢູ່ ຮຶງອຽນ, ບັກນິງ ແລະ ລອງອານເສຍຊີວິດ

      ນັບແຕ່ເວລາ 6 ໂມງເຊົ້າຫາເວລາ 12 ໂມງຂອງວັນທີ 4 ກໍລະກົດ, ກະຊວງສາທາລະນະສຸກຫວຽດນາມໃຫຫ້ຮູ້ວ່າ  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ -19 ຕື່ມອີກ 260 ກໍລະນີຢູ່ 13 ທ້ອງຖິ່ນ
(ພາບປະກອບ)
      ນະຄອນໂຮ່ຈີມິນຍັງຄົງແມ່ນທ້ອງຖິ່ນມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ ດ້ວຍຈຳນວນ 213 ກໍລະນີ. ບັນດາກໍລະນີຕິດເຊື້ອໂຄວິດ - 19 ທີ່ຍັງເຫຼືອລວມມີ 6 ກໍລະນີ ມາຈາກຕ່າງປະເທດ ແລະ ຢູ່ແຂວງກຽນຢາງ; 41 ກໍລະນີອື່ນຢູ່ແຂວງຕ່າງໆຄືບິ່ງເຢືອງ 11 ກໍລະນີ, ຝູອຽນ 10 ກໍລະນີ, ລອງອານ 5 ກໍລະນີ, ບິ່ງດິ້ງ 4 ກໍລະນີ, ຫວິງລອງ, ຫ໋າຍຟ່ອງ, ບັກຢ່າງ, ເຕິຍນິງທ້ອງຖິ່ນລະ 2 ກໍລະນີ; ນິງທ້ວນ ຮ່າຕິ໊ງ ຈ່າວິງ ທ້ອງຖິ່ນລະ 1 ກໍລະນີ, ໃນນັ້ນ 240 ກໍລະນີຖືກກວດພົບໃນເຂດແຍກຕົວຫຼືເຂດຈຳກັດບໍລິເວນ.
      ແລະກໍ່ໃນຕອນເຊົ້ົາວັນທີ  4 ກໍລະກົດ ຫວຽດນາມຢັ້ງຢືນມີຜູ້ເສຍຊີວິດຕື່ມອີກ 3 ກໍລະນີຢູ່ແຂວງ ຮຶງອຽນ, ບັກນິງ ແລະ ລອງອານເຊິ່ງລ້ວນແຕ່ແມ່ນຄົນເຈັບທີ່ມີອາຍຸສູງຫຼືຕິດພະຍາດອື່ນໆອີກ. ເປັນອັນວ່າໄລ່ຮອດເວລາ 12 ໂມງຕອນທ່ຽງຂອງວັນທີ 4 ກໍລະກົດຫວຽດນາມມີຜູ້ຕິດເຊື້ອໂຄວິດ -19 ທັງໝົດ 19.570 ກໍລະນີໃນນັ້ນມີ 7.643 ກໍລະນີໄດ້ຮັບການປິ່ນປົວຫາຍດີແລະ 86 ກໍລະນີເສຍຊີວິດ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top