• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຸ້ມຄອງບໍລິຫານການເຄື່ອນໄຫວການຄ້າເອເລັກໂຕນິກສຳລັບສິນຄ້ານຳເຂົ້າ, ສົ່ງອອກ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍອະນຸມັດຜ່ານ ແຜນຮ່າງການຄຸ້ມຄອງບໍລິຫານການເຄື່ອນໄຫວການຄ້າເອເລັກໂຕນິກສຳລັບສິນຄ້ານຳເຂົ້າ, ສົ່ງອອກ. 
ເປົ້າໝາຍທີ່ຜັນຂະຫຍາຍແຜນຮ່າງດັ່ງກ່າວ ລວມມີ ບັນດາອົງການຄຸ້ມຄອງແຫ່ງລັດ ເຊິ່ງກ່ຽວຂ້ອງເຖິງສິນຄ້ານຳເຂົ້າ, ສົ່ງອອກ ທີ່ໄດ້ແລກປ່ຽນຄ້າຂາຍຜ່ານຮູບແບບການຄ້າເອເລັກໂຕນິກ; ອົງການຈັດຕັ້ງ, ສ່ວນບຸກຄົນທີ່ນຳເຂົ້າ, ສົ່ງອອກສິນຄ້າທີ່ໄດ້ແລກປ່ຽນຄ້າຂາຍຜ່ານຮູບແບບການຄ້າເອເລັກໂຕນິກ... ແຜນຮ່າງດັ່ງກ່າວ ເພື່ອແນໃສ່ສ້າງລະບົບ ເພື່ອຮັບເອົາ, ແກ້ໄຂຂໍ້ມູນທີ່ກ່ຽວຂ້ອງເຖິງສິນຄ້ານຳເຂົ້າ, ສົ່ງອອກ, ການແລກປ່ຽນການຄ້າເລັກໂຕນິກບົນພື້ນຖານກົນໄກປະຕູດຽວແຫ່ງຊາດ, ກົນໄກປະຕູດຽວອາຊຽນ, ສ້າງເງື່ອນໄຂສະດວກໃນການຄວບຄຸມການແລກປ່ຽນຄ້າຂາຍ, ເພີ່ມລະດັບຄວາມໄວໃນການເຮັດເອກະສານໃຫ້ສິນຄ້າຜ່ານແດນ ຍ້ອນມີການເອກະສານຢ່າງຄົບຖ້ວນ. ພ້ອມກັນນັ້ນ, ກໍ່ສ້າງນະໂຍບາຍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວສົ່ງອອກ, ນຳເຂົ້າສິນຄ້າ ທີ່ໄດ້ແລກປ່ຽນຄ້າຂາຍຜ່ານທາງເອເລັກໂຕນິກ. ແຜນການດັ່ງກ່າວກໍໄດ້ຍົກອອກບັນດາມາດຕະການຄຸ້ມຄອງບໍລິຫານການເຄື່ອນໄຫວການຄ້າເອເລັກໂຕນິກ ສຳລັບສິນຄ້ານຳເຂົ້າ, ສົ່ງອອກ.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top