ຂ່າວສານ
ຄຸນນະພາບກອງປະຊຸມເຈລະຈາ ແລະ ບຸກຄະລາກອນ ແມ່ນປັດໄຈຫຼັກແຫຼ່ງໃນວຽກງານກະກຽມເລືອກຕັ້ງ
ໂດຍສືບຕໍ່ການປະຕິບັດງານຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ຕອນບ່າຍວັນທີ 31 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ, ປະທານສະພາເລືອກຕັ້ງແຫ່ງຊາດ, ໄດ້ລົງກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ສະມາຊິກສະພາປະຊາຊົນອາຍຸການ 2026-2031 ຢູ່ແຂວງ ວິງລອງ.
ກ່າວຄຳເຫັນຊີ້ນຳ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຮັບຮູ້ແຂວງ ວິງລອງ ມີອັດຕາແມ່ຍິງອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນສູງພໍສົມຄວນ, ອັດຕາຊາວຊົນເຜົ່າສ່ວນໜ້ອຍໄດ້ສ່ອງແສງຢ່າງຖືກຕ້ອງ ຈຸດພິເສດສະເພາະຂອງປະຊາຊົນແຂວງ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ວິງລອງ ຄວນມີການຊີ້ນຳຢ່າງລຸລວງແຕ່ຂັ້ນແຂວງລົງຮອດຮາກຖານ, ມອບໜ້າທີ່ໃຫ້ແກ່ແຕ່ລະຄົນຢ່າງລະອຽດ, ມີໜ້າທີ່ຈະແຈ້ງ, ມີຄວາມກ້າວໜ້າຈະແຈ້ງ, ບັນຊີລາຍຊື່ຕ້ອງ “ຖືກຕ້ອງ, ຄົບຖ້ວນ, ຖືກມາດຖານ, ທັນການ”; ຄຸນນະພາບຂອງບັນດາກອງປະຊຸມເຈລະຈາ ແລະ ບຸກຄະລາກອນແມ່ນປັດໄຈຫຼັກແຫຼ່ງ.








