• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດ​ຄະ​ເນ ສອງ​ແຜນການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດນາມ ​ໃນ​ປີ 2020

ທ່ານ ຫງວຽນຈີ໊ຢຸງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ບົດລາຍງານກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2019 ແລະ ສະພາບການຜັນຂະຫຍານແຜນການພັດທະນາເສດຖະກິດ - ສັງຄົມ ປີ 2020. 
 
(ພາບປະກອບ: vneconomy.vn)

 ບົນພື້ນຖານການຄາດຄະເນສະພາບການ, ສໍາຫຼວດກວດຄືນ ແລະ ຄິດໄລ່ບັນດາການສົມດຸ່ນໃຫຍ່, ຄາດຄະເນ ຄວາມສາມາດຈະ ມີຢູ່ 2 ແຜນການເຕີບໂຕເສດຖະກິດຫວຽດນາມ ປີ 2020.

        ແຜນການທີ 1: ໄລຍະທີ່ຫວຽດນາມຄວບຄຸມໂລກລະບາດໄດ້ໂດຍພື້ນຖານແມ່ນນັບແຕ່ກາງເດືອນເມສາ 2020 ແລະ ບັນດາປະເທດ ທີ່ເປັນຄູ່ຮ່ວມມືດ້ານການຄ້າ, ການລົງທຶນສໍາຄັນສໍາລັບຫວຽດນາມ ໃນໄຕມາດ 3 ປີ 2020, ຕາມນັ້ນແລ້ວ ວີທີີການເຕີບໂຕຍອດ ຜະລິດຕະພັນພາຍໃນ (GDP) ຄາດວ່າບັນລຸປະມານ 4,4 – 5,2% ເມື່ອທຽບໃສ່ປີ 2019 (ຕໍ່າກວ່າ 1,6 – 2,4% ຕາມເປົ້າໝາຍທີ່ໄດ້ວາງອອກ).

        ແຜນການທີ 2: ໄລຍະທີ່ຫວຽດນາມຄວບຄຸມໂລກລະບາດໄດ້ໂດຍພື້ນຖານແມ່ນນັບແຕ່ທ້າຍເດືອນເມສາ 2020 ແລະ ບັນດາປະເທດ ທີ່ເປັນຄູ່ຮ່ວມມືດ້ານການຄ້າ, ການລົງທຶນສໍາຄັນສໍາລັບຫວຽດນາມ ໃນໄຕມາດ 4 ປີ 2020, ຕາມນັ້ນແລ້ວ ວີທີີການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຄາດວ່າບັນລຸປະມານ 3,6 – 4,4% ເມື່ອທຽບໃສ່ປີ 2019 (ຕໍ່າກວ່າ 2,4 – 3,2% ຕາມເປົ້າໝາຍທີ່ໄດ້ວາງອອກ).

        ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີີ໊ຢຸງແລ້ວ, ເພື່ອຮັບມືກັບວິກິດການ, ໃນປີ 2009, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ບ້ວງເງິນກະຕຸ້ນຄວາມຕ້ອງການ ເຊິ່ງໄດ້ນໍາມາເຊິ່ງຜົນກະທົບຢ່າງຕັ້ງໜ້າຕໍ່ພື້ນຖານເສດຖະກິດ, ປະກອບສ່ວນສະກັດກັ້ນລະດັບການຊຸດໂຊມຂອງເສດຖະກິດ. 

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top