• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ພະ​ນັກ​ງານ ລາວ ສຶກ​ສາ​ທັດ​ສະ​ນະ​ຕົວ​ຈິງ​ຢູ່ ສູນ​ຍອດ​ຢ້ຽມ ໝ​ູ່​ບ້ານ​ອາ​ຊີບ ຫວຽດ​ນາມ, ມະ​ຫາ​ວິ​ທະ​ຍາ​ໄລ VinUni

ທ່ານ ທອງສະລິດ ມັງໜໍ່ເມກ ສະແດງຄວາມປະທັບໃຈຕໍ່ຮູບແບບ, ຂອບຂະໜາດ ແລະ ບົດບາດຂອງໂຮງຮຽນມະຫາວິທະຍາໄລ VinUni ໃນການສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປະກອບສ່ວນເຂົ້າໃນຍຸດທະສາດພັດທະນາລວມຂອງ ຮ່າໂນ້ຍ ແລະ ຫວຽດນາມ.
  ຄະນະພະນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ທັດສະນະສຶກສາມະຫາວິທະຍາໄລ VinUni   

ໂດຍສືບຕໍ່ລາຍການເຄື່ອນໄຫວມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ວັນທີ 18 ກຸມພາ, ຄະນະພະນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ, ໂດຍທ່ານ ທອງສະລິດ ມັງໜໍ່ເມກ,  ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ເປັນຫົວໜ້າຄະນະ, ໄດ້ລົງສຳຫຼວດ, ສຶກສາທັດສະນະຕົວຈິງຢູູ່ສູນຍອດຢ້ຽມໝູ່ບ້ານອາຊີບ ຫວຽດນາມ ແລະ ມະຫາວິທະຍາໄລ  VinUni (ເມືອງ ຢາເລິມ, ນະຄອນ ຮ່າໂນ້ຍ). ຢູ່ສູນຍອດຢ້ຽມໝູ່ບ້ານອາຊີບ ຫວຽດນາມ, ຄະນະພະນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຮັບຟັງຄຳແບ່ງປັນຂອງນັກສິລະປະກອນ ກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງ, ພັດທະນາ ແລະ ການສ້າງຈຸດຍອດຢ້ຽມຂອງອາຊີບເຄື່ອງປັ້ນດິນເຜົາ, ຮຽນຮູ້ປະສົບການຂອງ ບາດຈ່າງ ໃນການດຶງດູດ ແລະ ຮັກສາແຮງງານ, ພ້ອມທັງໄປທັດສະນະສຶກສາ, ຊອກຮູ້ກ່ຽວກັບປະຫວັດສາດຂອງໝູ່ບ້ານ ບາດຈ່າງ, ບົດບາດ ແລະ ການປະກອບສ່ວນຂອງໝູ່ບ້ານ ເຂົ້າສາງມູນເຊື້ອປະຫວັດສາດຂອງ ທັງລອງ - ຮ່າໂນ້ຍ ເວົ້າສະເພາະ ແລະ ຂອງປະເທດຊາດ ຫວຽດນາມ ເວົ້າລວມ. ທ່ານ ທອງສະລິດ ມັງໜໍ່ເມກ ກໍສະແດງຄວາມປະທັບໃຈຕໍ່ຮູບແບບ, ຂອບຂະໜາດ ແລະ ບົດບາດຂອງໂຮງຮຽນມະຫາວິທະຍາໄລ VinUni ໃນການສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປະກອບສ່ວນເຂົ້າໃນຍຸດທະສາດພັດທະນາລວມຂອງ ຮ່າໂນ້ຍ ແລະ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ໄດ້ຢັ້ງຢືນປັນຫຼາຍຄັ້ງຕໍ່ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນການກະທຳ ...

Top