• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ແນະ​ນຳ​ອາ​ຫານ​ການ​ກິນ​ຍາມ​ບຸນ​ເຕັດ ກັບ​ເພື່ອນ​ມິດ​ສາ​ກົນ

ທ່ານເອກອັກຄະລັດຖະທູດສະແດງຄວາມປາດຖະໜາຢາກໃຫ້ໃນປີ 2024, ບັນດາປະເທດສະມາຊິກ ສປຊ, ໂດຍສະເພາະແມ່ນຄະນະກຳມະການ ອາຊຽນ ປະຈຳ ນິວຢອກ ສຶບຕໍ່ເພີ່ມທະວີການຮ່ວມມື, ສາມັກຄີກັນ...
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວງຢາງ

ວັນທີ 7 ກຸມພາ, ຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ຈັດລາຍການແນະນຳອາຫານການກິນ ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ແລະ ຂ່ຳນັບຊົມເຊີຍ ກັບມະຕິຂອງສະມັດຊາໃຫ່ຍ ສປຊ ຮັບຮູ້ບຸນປີໃໝ່ປະຈຳຊາດ ແມ່ນວັນບຸນຂອງ ສປຊ.

ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວງຢາງ, ຫົວໜ້າ ຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງບຸນປີໃໝ່ປະຈຳຊາດສຳລັບຊາວ ຫວຽດນາມ ແລະ ປະຊາຊາດອາຊີຕາເວັນອອກຕ່າງໆ. ສຳລັບຊາວ ຫວຽດນາມ ແລ້ວ, ບຸນປີໃໝ່ປະຈຳຊາດ ແມ່ນໂອກາດແຫ່ງຄວາມເຕົ້າໂຮມກັນ, ແບ່ງປັນ, ສະໜິດຕິດພັນຄອບຄົວ ແລະ ປະຊາຄົມ.

ບົນຈິດໃຈດັ່ງກ່າວ, ທ່ານເອກອັກຄະລັດຖະທູດສະແດງຄວາມປາດຖະໜາຢາກໃຫ້ໃນປີ 2024, ບັນດາປະເທດສະມາຊິກ ສປຊ, ໂດຍສະເພາະແມ່ນຄະນະກຳມະການ ອາຊຽນ ປະຈຳ ນິວຢອກ ສຶບຕໍ່ເພີ່ມທະວີການຮ່ວມມື, ສາມັກຄີກັນ, ພ້ອມກັນມານະພະຍາຍາມຊອກຫາມາດຕະການໃຫ້ແກ່ບັນດາສິ່ງທ້າທາຍທົ່ວໂລກ, ປະກອບສ່ວນສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026).

Top