• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ຜູ້​ແທນ ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄປ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່ ອິນ​ເດຍ

ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຮ່ິງເຕິ໊ນຫວຽດ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຟຸ໊ອຽນ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ້ ອິນເດຍໃນລະຫວ່າງວັນທີ 15 – 19 ຕຸລາ.

ທ່ານ ຮ່ິງເຕິ໊ນຫວຽດ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຟຸ໊ອຽນ (ພາບ: baophuyen.com.vn

ໃນໄລຍະຢູ່ ອິນເດຍ, ຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານ Ram Madhav ເລຂາທິການໃຫຍ່ທົ່ວປະເທດພັກປະຊາຊົນ ອິນເດຍ (BJP) ກຳອຳນາດ, ທ່ານ Doraisamy Raja ເລຂາທິການໃຫຍ່ພັກກອມມູນິດອິນເດຍ, ທ່ານ Marxist ຜູ້ຕາງໜ້າຄະນະການນຳຂອງພັກກອມມູນິດ ອິນເດຍ, ພົບປະ ແລະ ເຮັດວຽກກັບລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ…

        ທີ່ບັນດາການຕ້ອນຮັບ ແລະ ເຮັດວຽກ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ຂອບໃຈລັດຖະບານ, ບັນດາພັກການເມືອງ ແລະ ປະຊາຊົນ ອິນເດຍ ໄດ້, ພວມ ແລະ ຈະສືບຕໍ່ສະໜັບສະໜູນ ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ໃນເມື່ອກ່ອນ, ກໍ່ຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ, ພິເສດແມ່ນ ຮຽກຮ້ອງໃຫ້ ຝ່າຍ ອິນເດຍຕັ້ງໜ້າ ສະໜັບສະໜູນທັດສະນະຂອງ ຫວຽດນາມກ່ຽວກັບບັນຫາທະເລຕາເວັນອອກໃຫ້ຫຼາຍ ກ່ວາອີກ, ສະເໜີຝ່າຍ ອິນເດຍ ມີມາດຕະການແກ້ໄຂບາງບັນຫາທີ່ເກີດຂຶ້ນໃນການພົວພັນການຄ້າ ລະຫວ່າງສອງປະເທດໂດຍໄວ.

        ໃນບັນດາການຢ້ຽມຢາມ ແລະ ເຮັດວຽກ, ການນຳບັນດາພັກການເມືອງ ແລະ ບັນດາກະຊວງ, ຂະແໜງການ ອິນເດຍ ລ້ວນແຕ່ສະແດງໃຫ້ເຫັນຄວາມປາດຖະໜາຢາກເພີ່ມທະວີການພົວພັນກັບພັກ ແລະ ລັດຖະບານ ຫວຽດນາມ, ຢັ້ງຢືນ ວ່າ ຫວຽດນາມ ຍາມໃດກໍ່ແມ່ນບຸລິມະສິດສຳຄັນໃນນະໂຍບາຍກະທຳມຸ່ງໄປເຖິງທິດຕາເວັນອອກຂອງອິນເດຍ.

 (ແຫຼ່ງຄັດຈາກ VOV)

3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

ການຢ້ຽມຢາມ ຫວຽດນາມທາງລັດຖະກິດໃນລະຫວ່າງວັນທີ 12 – 13 ທັນວາ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ ແລະ ພັນລະຍາ ຈະນຳມາເຊິ່ງຖານະບົດບາດໃໝ່, ລະດັບໃໝ່ໃນການພົວພັນສອງຝ່າຍ ຫວຽດນາມ - ຈີນ.

Top