• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ ເຮັດ​ວຽກ​ກັບ​ບັນ​ດາ​ແຂວງ ຈ່າ​ວິງ, ບາກ​ລຽວ, ຊ​ອັກ​ຈັງ

ໃນໄລຍະຈະມາເຖິງ, 3 ແຂວງ ຕ້ອງຕິດຕາມເປົ້າໝາຍ, ໜ້າທີ່, ມາດຕະການທີ່ໄດ້ວາງອອກຢ່າງໃກ້ຊິດ, ຍູ້ແຮງການຜະລິດດຳເນີນທຸລະກິດ, ລົງທຶນພື້ນຖານໂຄງລ່າງ, ຍູ້ໄວຄວາມຄືບໜ້າປະຕິບັດ ແລະ ປ່ອຍງົບປະມານລົງທຶນສາທາລະນະ, ຊຸກຍູ້ການສົ່ງອອກ, ນຳເຂົ້າ.
ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ວັນທີ 24 ກຸມພາ, ຢູ່ແຂວງ ຈ່າວິງ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ, ຫົວໜ້າຄະນະປະຕິບັດງານຂອງລັດຖະບານ ໄດ້ເຮັດວຽກກັບ 3 ແຂວງ ຈ່າວິງ, ບາກລຽວ ແລະ ຊອັກຈັງ ກ່ຽວກັບສະພາບການຜະລິດດຳເນີນທຸລະກິດ, ການລົງທຶນສາທາລະນະ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການນຳເຂົ້າສົ່ງອອກໃນບໍລິເວນແຂວງ.

ທ່ານລັດຖະມົນຕີ ຫງວຽນກິມເຊີນ ເນັ້ນໜັກວ່າ ລັດຖະບານ ກຳນົດປີ 2024 ແມ່ນປີເພີ່ມລະດັບຄວາມໄວ, ບຸກທະລຸ, ມີຄວາມໝາຍສຳຄັນພິເສດໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2021 – 2025. ໃນໄລຍະຈະມາເຖິງ, 3 ແຂວງ ຕ້ອງຕິດຕາມເປົ້າໝາຍ, ໜ້າທີ່, ມາດຕະການທີ່ໄດ້ວາງອອກຢ່າງໃກ້ຊິດ, ຍູ້ແຮງການຜະລິດດຳເນີນທຸລະກິດ, ລົງທຶນພື້ນຖານໂຄງລ່າງ, ຍູ້ໄວຄວາມຄືບໜ້າປະຕິບັດ ແລະ ປ່ອຍງົບປະມານລົງທຶນສາທາລະນະ, ຊຸກຍູ້ການສົ່ງອອກ, ນຳເຂົ້າ.

ທ່ານຫົວໜ້າຄະນະປະຕິບັດງານກໍສະເໜີໃຫ້ບັນດາທ້ອງຖິ່ນ ພິຈາລະນາການປ່ອຍງົບປະມານລົງທຶນສາທາລະນະ ແມ່ນໜ້າທີ່ການເມືອງຈຸດສຸດເພື່ອສ້າງກຳລັງໜູນ “ເພີ່ມລະດັບຄວາມໄວ” ແກ່ການຟື້ນຟູ ແລະ ພັດທະນາເສດຖະກີດ - ສັງຄົມຕິດພັນກັບການຮັບປະກັນຄຸນນະພາບ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຢ່າງຂ້ຽວຂາດ ເພື່ອຊຸກຍູ້ການພັດທະນາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດໃນທຸກຂົງເຂດຢ່າງແຮງ; ປະຕິບັດການປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນຂໍ້ກຳນົດກ່ຽວກັບການດຳເນີນທຸລະກິດຢ່າງແທດຈິງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top