• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ​ຮ່າງ​ມະ​ຕິອະ​ທິ​ບາຍ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການວາງ​ແຜນ​ຜັງ

ໂດຍສືບຕໍ່ກອງປະຊຸມຄັ້ງທີ 36, ຕອນເຊົ້າວັນທີ 13 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາຮ່າງມະຕິອະທິບາຍບາງມາດຕາຂອງກົດໝາຍວ່າດ້ວຍການ ວາງແຜນຜັງ.

ກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: VGP) 

ຮ່າງມະຕິອະທິບາຍບາງມາດຕາຂອງກົດໝາຍວ່າດ້ວຍການ ວາງແຜນຜັງລວມມີ 2 ມາດຕາ, ໃນນັ້ນ: ມີ 1 ມາດຕາອະທິບາຍບາງຂໍ້ກຳນົດຂອງກົດໝາຍວ່າດ້ວຍການວາງແຜນຜັງ, 1 ມາດຕາ ກ່ຽວກັບຜົນສັກສິດຂອງການປະຕິບັດມະຕິ. ທີ່ກອງປະຊຸມ, ໂດຍເຫັນດີເຫັນພ້ອມກັບຄວາມຈຳເປັນຂອງການປະກາດໃຊ້ມະຕິ, ເຖິງຢ່າງໃດກໍ່ຕາມ, ທ່ານ ຫວຸຮົ່ງແທງ ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດຖືວ່າ: ເລື່ອງອະທິບາຍກົດໝາຍຕ້ອງໄດ້ປະຕິບັດຢ່າງຖືກຕ້ອງຕາມຫຼັກການ ແລະ ສິດອຳນາດ ການຕັດສິນ. ລັດຖະບານຕ້ອງລາຍງານຕໍ່ສະພາແຫ່ງຊາດເພື່ອພິຈາລະນາ, ປະກາດໃຊ້ມະຕິພິເສດ, ສະເພາະອະນຸຍາດໃຫ້ປັບປຸງບັນດາການວາງແຜນຜັງທີ່ໄດ້ລວບລວມຈາກບາງຂະແໜງ, ຂົງເຂດຢ່າງລະອຽດໃນໄລຍະແຕ່ນີ້ຮອດໝົດປີ 2020 ແລະ ຕ້ອງຮັບປະກັນຄວາມເປັນເອກະພາບ, ບໍ່ຂັດແຍ້ງກັບກົດໝາຍວ່າດ້ວຍການວາງແຜນຜັງ. ກ່ຽວກັບບັນຫານີ້, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດໃຫ້ຮູ້ວ່າ:

        ໃນວິວັດການປະຕິບັດບັນດາການວາງແຜນຜັງທີ່ໄດ້ເຊັ່ນອະນຸມັດ ກ່ອນທີ່ກົດໝາຍວ່າດ້ວຍການວາງແຜນຜັງສະບັບໃໝ່ທີ່ມີຜົນສັກສິດ. ຕາມກົດໝາຍວ່າດ້ວຍການວາງແຜນຜັງໃໝ່ຕ້ອງລວບລວມເຂົ້າການວາງແຜນຜັງປະເທດ, ເຂດ, ແຂວງ. ແຕ່ການວາງແຜນຜັງປະເທດ, ເຂດ, ແຂວງຍັງບໍ່ທັນໄດ້ເຊັນອະນຸມັດທີ່ລັດຖະບານໄດ້ຊີ້ນຳປັບປຸງເນື້ອໃນຂອງບັນດາການວາງແຜນເກົ່າ, ຕາມກົດໝາຍສະບັບເກົ່າ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ​້ານ​ຊາງ ຄັ້ງ​ທີ 8

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ​້ານ​ຊາງ ຄັ້ງ​ທີ 8

ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນການຮ່ວມມືລະຫວ່າງ 6 ປະເທດ.

Top