• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ກຽມ​ພ້ອມ​ເຂ​ົ້າ​ຮ່ວມ​ການ​ແຂ່ງ​ຂ​ັນ​ກິ​ລາ​ SEA Games 30

ຕອນຄ່ຳວັນທີ 16 ພະຈິກ, ຢູ່ສູນຝຶກແອບກິລາ ແຫ່ງຊາດ ຮ່າໂນ້ຍ, ໄດ້ຈັດຕັ້ງພິທີອອກເຄື່ອນທັບ ຂອງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 30.

ທ່ານ ເຈິ່ນດຶກເຟິ້ນ, ຮອງຫົວໜ້າກົມໃຫຍ່ກິລາ - ກາຍະກໍາຫວຽດນາມ, ຫົວໜ້າຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 30 ໃນພິທີອອກເຄື່ອນທັບ (ພາບ: TTXVN)

ທີ່ພິທີມີທ່ານ ຫງວຽນງອກຖ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເນັ້ນໜັກວ່າ ເຫດການກິລາສາກົນມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນຊຸກຍູ້ການພົວພັນອັນດີງາມ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງບັນດາປະເທດ ໃນປະຊາຄົມ ອາຊຽນ, ພ້ອມກັນນັ້ນກໍ່ແມ່ນໂອກາດເພື່ອໃຫ້ບັນດານັກກິລາ ໄດ້ສະແດງຄວາມເກັ່ງກ້າສາມາດ, ຍົກສູງຜົນງານຂອງຕົນ. ທ່ານກ່າວວ່າ:

        ຂ້າພະເຈົ້າມີຄວາມໄວ້ເນື້ອເຊື່ອໃຈ ແລະ ຫວັງວ່າ ທັງໝົດໝູ່ຄະນະພະນັກງານ, ຄູຝຶກ, ນັກກິລາ ຂອງ ຄະນະນັກກິລາ ຫວຽດນາມ ຈະສືບຕໍ່ ສາມັກຄີກັນ, ມີຄວາມໝັ້ນໃຈ, ສຸມສະຕິປັນຍາແຂ່ງຂັນໃຫ້ຢູ່ໃນລະດັບສູງສຸດ, ອຸທິດຈົນຮອດຄວາມສາມາດຂອງຕົນເອງເພື່ອປະເທດຊາດ, ເພື່ອຍາດໄດ້ຜົນງານຢ່າງວ່ອງໄວກ່ວາ - ສູງກ່ວາ  - ໄກກ່ວາອີກໃນ SEA Games 30.

 (ແຫຼ່ງຄັດຈາກ VOV)
 

 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top