• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະພັກການທະຫານສູນກາງອາຍຸການ 2020 – 2025 ກັບຫນ້າທີ່ຮັກສາສະພາບແວດລ້ອມສັນຕິພາບ,ສະຖຽນລະພາບເພື່ອສ້າງສາແລະພັດທະນາປະເທດຊາດ

ຕອນເຊົ້າວັນທີ 16 ທັນວາ,ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ຈັດຕັ້ງກອງປະຊຸມຄັ້ງທີ 3 ອາຍຸການ 2020 – 2025 ເພື່ອຮັບຮອງເອົາບົດລາຍງານສະຫລຸບວຽກງານການທະຫານ, ການປ້ອງກັນຊາດປີ 2021, ກຳນົດທິດທາງການຊີ້ນຳປະຕິບັດຫນ້າທີ່ການທະຫານ,ການປ້ອງກັນຊາດ ແລະ ກໍ່ສ້າງອົງຄະນະພັກກອງທັບປີ 2022.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ເລຂາຄະນະພັກການທະຫານສູນກາງເປັນປະທານກອງປະຊຸມ. (ພາບ:TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ເລຂາຄະນະພັກການທະຫານສູນກາງເປັນປະທານກອງປະຊຸມ.ເຂົ້າຮ່ວມກອງປະຊຸມ ມີທ່ານປະທານປະເທດ ຫງວຽນຊວນຟຸກ,ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ແລະບັນດາການນຳກະຊວງ, ຂະແຫນງການຕ່າງໆ ແລະຜູ້ແທນຄະນະພັກການທະຫານສູນກາງ.

ກ່າວຄຳເຫັນທີ່ກອງປະຊຸມ,ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ປາດຖະຫນາວ່າ:ທີ່ກອງປະຊຸມ,ບັນດາຜູ້ແທນສຸມໃສ່ຄົ້ນຄວ້າ, ປະກອບຄຳເຫັນປຶກສາຫາລື,ຕີລາຄາໃສ່ບົດລາຍງານສະຫລຸບວຽກງານການປະທານ,ການປ້ອງກັນຊາດປີ 2021 ແລະ ເປັນເອກະພາບກຳນົດທິດທາງຊີ້ນຳປະຕິບັດຫນ້າທີ່ການທະຫານ, ການປ້ອງກັນຊາດ ແລະ ກໍ່ສ້າງອົງຄະນະພັກການທະຫານປີ 2022 ແລະທັງອາຍຸການ.

ກ່ຽວກັບທິດທາງປະຕິບັດຫນ້າທີ່ປີ 2022, ບົນພື້ນຖານການຄາດຄະເນ, ຕີລາຄາການກະທົບຂອງສະພາບການໂລກ,ພາກພື້ນ, ກາລະໂອກາດ, ຄວາມສະດວກ, ສິ່ງທ້າທາຍ ແລະຄວາມຫຍຸ້ງຍາກທີ່ຊ້ອນແຝງກັນສົ່ງຜົນສະທ້ອນເຖິງຫນ້າທີ່ການທະຫານ, ການປ້ອງກັນຊາດ, ຄະນະພັກການທະຫານສູນກາງ ກຳນົດວ່າ: ທົ່ວກອງທັບ ກຽມພ້ອມຕໍ່ສູ້ຢ່າງສູງ ເພື່ອປົກປັກຮັກສາປະເທດ ຫວຽດນາມໃຫ້ໝັ້ນຄົງຫນັກແຫນ້ນ ປະກອບສ່ວນຮັກສາສັນຕິພາບ,ສະຖຽນລະພາບ ເພື່ອສ້າງສາ ແລະພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ຕອນເຊົ້າວັນທີ 25 ມີນາ, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ການນຳບາງແຂວງ, ນະຄອນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ I ຢູ່ແຂວງບີງເຢືອງ (VSIP I - ບີງເຢືອງ).

Top