• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນກະຊວງຍຸຕິທຳລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ

ທ່ານ ເຈືອງກວັກຮຸຍ, ປະທານຄະນະກຳມະການປະຊາຊົນແຂວງ ຮ່ານາມ ໄດ້ລາຍງານກັບຄະນະກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງ ຮ່ານາມ, ຫວັງວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳລາວ ຈະມີຫຼາຍການເຄື່ອນໄຫວຢູ່ຫວຽດນາມ ເວົ້າລວມ ແລະ ແຂວງ ຮ່ານາມ ເວົ້າສະເພາະ ເພື່ອຊຸກຍູ້ການພົວພັນຮ່ວມມື.

 ທ່ານ ເຈືອງກວັກຮຸຍ, ປະທານຄະນະກຳມະການປະຊາຊົນແຂວງ ຮ່ານາມ ໄດ້ລາຍງານກັບຄະນະກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງ ຮ່ານາມ, ຫວັງວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳລາວ ຈະມີຫຼາຍການເຄື່ອນໄຫວຢູ່ຫວຽດນາມ ເວົ້າລວມ ແລະ ແຂວງ ຮ່ານາມ ເວົ້າສະເພາະ ເພື່ອຊຸກຍູ້ການພົວພັນຮ່ວມມື. 

    

 

ຄະນະກຳມະການປະຊາຊົນແຂວງ ຮ່ານາມ ມອບຂອງຂວັນທີ່ລະນຶກໃຫ້ແກ່ຄະນະຜູ້ແທນກະຊວງຍຸຕິທຳແຫ່ງ ສປປ ລາວ

ວັນທີ 21 ສິງຫາ, ຄະນະຜູ້ແທນກະຊວງຍຸຕິທຳ ແຫ່ງ ສປປ ລາວ ນຳໂດຍທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳລາວ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ. ທີ່ການເຮັດວຽກ, ທ່ານ ເຈືອງກວັກຮຸຍ, ປະທານຄະນະກຳມະການປະຊາຊົນແຂວງ ຮ່ານາມ ໄດ້ລາຍງານກັບຄະນະກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງ ຮ່ານາມ, ຫວັງວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳລາວ ຈະມີຫຼາຍການເຄື່ອນໄຫວຢູ່ຫວຽດນາມ ເວົ້າລວມ ແລະ ແຂວງ ຮ່ານາມ ເວົ້າສະເພາະ ເພື່ອຊຸກຍູ້ການພົວພັນຮ່ວມມື. ກະຊວງຍຸຕິທຳລາວ ຈະໜູນຊ່ວຍດ້ານນິຕິກຳເມື່ອບັນດາວິສາຫະກິດຂອງແຂວງລົງທຶນຢູ່ລາວຢ່າງຕັ້ງໜ້າ ແລະ ທັນການ.

        ທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳລາວ ໃຫ້ຮູ້ວ່າ: ຄະນະມີຄວາມປະທັບໃຈກ່ຽວກັບການພັດທະນາເສດຖະກິດ - ສັງຄົມຢ່າງແຮງຂອງແຂວງຮ່ານາມ; ທ່ານເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງຄະນະເພື່ອແນໃສ່ຈຸດປະສົງເພີ່ມທະວີການຮ່ວມມືທີ່ຫາຍາກລະຫວ່າງສອງປະເທດກໍ່ຄືການຮ່ວມມືລະຫວ່າງຂະແໜງຍຸຕິທຳສອງປະເທດ. ເນື່ອງໃນໂອກາດນີ້, ຄະນະຜູ້ແທນກະຊວງຍຸຕິທຳ ສປປ ລາວ ໄດ້ໄປຢ້ຽມຢາມເຂດທ່ອງທ່ຽວແຫ່ງຊາດ ຕາມຈຸກ, ຢູ່ເທດສະບານ ບາຊາວ, ເມືອງ ກິມບ໋າງ, ແຂວງ ຮ່ານາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).

Top