• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຕິບັດງານສະພາຊົນເຜົ່າຂອງສະພາແຫ່ງຊາດ ລົງອວຍພອນປີໃໝ່ Chol Chnam Thmay ຢູ່ ວິງລອງ

ທ່ານປະທານສະພາສະພາຊົນເຜົ່າຂອງສະພາແຫ່ງຊາດ ອີແທັງຮ່າ ນີເອກດັມ, ຕີລາຄາສູງວຽກງານພັດທະນາເສດຖະກິດ - ສັງຄົມຂອງເຂດຊົນເຜົ່າສ່ວນໜ້ອຍຂອງແຂວງໃນໄລຍະຜ່ານມາ ທີ່ມີການຫັນປ່ຽນຢ່າງຕັ້ງໜ້າ.
ທ່ານສະພາສະພາຊົນເຜົ່າຂອງສະພາແຫ່ງຊາດ ອີແທັງຮ່າ ນີເອກດັມ ອວຍພອນປີໃໝ່ Chol Chnam Thmay ຢູ່ແຂວງ ວິງລອງ (ພາບ: TTXVN)

ວັນທີ 13 ເມສາ, ທ່ານສະພາສະພາຊົນເຜົ່າຂອງສະພາແຫ່ງຊາດ ອີແທັງຮ່າ ນີເອກດັມ, ໄດ້ລົງໄປສຳຫຼວດກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງເຂດຊົນເຜົ່າສ່ວນໜ້ອຍ ແລະ ອວຍພອນປີໃໝ່ Chol Chnam Thmay ຢູ່ແຂວງ ວິງລອງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາສະພາຊົນເຜົ່າຂອງສະພາແຫ່ງຊາດ ອີແທັງຮ່າ ນີເອກດັມ, ຕີລາຄາສູງວຽກງານພັດທະນາເສດຖະກິດ - ສັງຄົມຂອງເຂດຊົນເຜົ່າສ່ວນໜ້ອຍຂອງແຂວງໃນໄລຍະຜ່ານມາ ທີ່ມີການຫັນປ່ຽນຢ່າງຕັ້ງໜ້າ; ສະພາບການຜະລິດ, ດຳເນີນທຸລະກິດ, ການດຳລົງຊີວິດຂອງພໍ່ແມ່ປະຊາຊົນສືບຕໍ່ໄດ້ຮັບການຮັກສາ ແລະ ພັດທະນາ. ໃນໄລຍະຈະມາເຖິງ, ວິງລອງ ຕ້ອງສຸມໃສ່ໂຄສະນາ, ເຜີຍແຜ່ບັນດາທັດສະນະ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບຊົນເຜົ່າ ແລະ ສາສະໜາ; ສ້າງສະຕິການດຳລົງຊີວິດ ແລະ ເຮັດວຽກຕາມກົດໝາຍໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.

ໃນວັນດຽວກັນ, ເມື່ອໄປອວຍພອນຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ພໍ່ແມ່ປະຊາຊົນບັນດາເຜົ່າແຂວງ ວິງລອງ, ທ່ານ ອີແທັງຮ່າ ນີເອກດັມ, ຢືນຢັນວ່າ, ພໍ່ແມ່ປະຊາຊົນຂະເມ ກວ່າ 1,3 ລ້ານຄົນ ໄດ້ສວມບົດບາດສຳຄັນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ທ່ານປາດຖະໜາວ່າ, ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ບັນດາພະສົງສຳມະເນນຊາວເຜົ່າ ຂະເມ ສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ສາມັກຄີ, ລະມັດລະວັງຕໍ່ຖ້ອຍທຳນອງເສກສັນປັ້ນແຕ່ງຂອງບັນດາກຳລັງທີ່ເປັນປໍລະປັກ, ປະຕິບັດບັນດາຂະບວນການຢູ່ທ້ອງຖິ່ນໃຫ້ເປັນຢ່າງດີ, ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນ, ປະເທດຊາດ.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top