• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຕິບັດງານກະຊວງປ້ອງກັນປະເທດ ຫວຽດນາມ ໄປ ຊູດັງໃຕ້ ຕີລາຄາໝາກຜົນການປະຕິບັດໜ້າທີ່ຂອງໂຮງໝໍພາກສະໜາມຊັ້ນ 2 ເລກ 6

ທ່ານພັນເອກ ມາກດຶກຈ້ອງ, ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ເປັນຫົວໜ້າຄະນະໄດ້ດຳເນີນບັນດາການກວດກາ, ຕີລາຄາໝາກຜົນການປະຕິບັດໜ້າທີ່ຂອງໂຮງໝໍພາກສະໜາມຊັ້ນ 2 ເລກ 6.
ທ່ານພັນເອກ ມາກດຶກຈ້ອງ (ພາບ: ກະຊວງປ້ອງກັນປະເທດ ຫວຽດນາມ)

ໂດຍປະຕິບັດຕາມແຜນນະໂຍບາຍຂອງກະຊວງປ້ອງກັນປະເທດ ຫວຽດນາມ, ກົມຮັກສາສັນຕິພາບ ຫວຽດນາມ ຫາກໍ່ຈັດສົ່ງ ຄະນະປະຕິບັດງານໄປ ຊູດັງໃຕ້ ເພື່ອປະຕິບັດບັນດາເນື້ອໃນວຽກງານສະເພາະຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ (UNMISS). ທ່ານພັນເອກ ມາກດຶກຈ້ອງ, ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ເປັນຫົວໜ້າຄະນະໄດ້ດຳເນີນບັນດາການກວດກາ, ຕີລາຄາໝາກຜົນການປະຕິບັດໜ້າທີ່ຂອງໂຮງໝໍພາກສະໜາມຊັ້ນ 2 ເລກ 6, ເພື່ອແນໃສ່ກຳແໜ້ນສະພາບການຕົວຈິງຢ່າງທັນການ, ສະເໜີບັນດາມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢູ່ທີ່ນີ້.

ໃນການໄປປະຕິບັດງານ, ຄະນະຜູ້ແທນກໍ່ໄດ້ເຮັດວຽກກັບການນຳ, ຜູ້ບັນຊາການ ແລະ ບັນດາອົງການທີ່ມີໜ້າທີຂອງຄະນະປະຕິບັດງານ UNMISS, ເຂດ Unity/Bentiu ແລະ ບັນດາກົມກອງຂອງສະຫະປະຊາຊາດທີ່ຜັນຂະຫຍາຍໃນບໍລິເວນ. ຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງ ຫວຽດນາມ ຢູ່ຄະນະປະຕິບັດງານ, ພົນຈັດຕະວາ Zewdu Endris Yimer, ຜູ້ບັນຊາການເຂດ Unity, ຢືນຢັນວ່າ:

“ຂ້າພະເຈົ້າອາດສາມາດຢັ້ນຢືນວ່າ, ໂຮງໝໍພາກສະໜາມຊັ້ນ 2 ເລກ 6 ຂອງ ຫວຽດນາມ ໄດ້ຕອບສະໜອງທຸກມາດຕະຖານຂອງສະຫະປະຊາຊາດ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າກໍ່ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງຜູ້ບັນຊາການຂັ້ນສູງຂອງໂຮງໝໍ ແລະ ກຸ່ມປະຕິບັດງານຂອງທ່ານຢູ່ທີ່ນີ້”.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top