• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈໍາລັດຖະບານຈັດກອງປະຊຸມປຶກສາຫາລືກ່ຽວກັບການຊຸກຍູ້ການພັດທະນາດ້ານການຄ້າໃນໄລຍະທ້າຍປີ 2019

ໃນສະພາບທີ່ເສດຖະກິດທົ່ວໂລກ ແລະ ພາກພື້ນຫຼຸດໜ້ອຍຖອຍລົງ, ການແກ້ງແຍ້ງການຄ້າພວມດໍາເນີນຢ່າງຮ້ອນແຮງນັ້ນ, ບັນດາກະຊວງ, ຂະແໜງການ ຕ້ອງເປັນເຈົ້າການໃນບັນດາບາດກ້າວເດີນ, ມີມາດຕະການແກ້ໄຂຢ່າງມີປະສິດທິຜົນ ແລະ ເໝາະສົມ...
 ຕອນບ່່າຍວັນທີ 13 ກໍລະກົດ, ຢູ່ສໍານັກງານລັດຖະບານ,  ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ຄະນະປະຈໍາລັດຖະບານ ໄດ້ຈັດການປະຊຸມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຄ້າ, ໂດຍສະເພາະແມ່ນບັນດາຄູ່ຮ່ວມມືໃຫຍ່ຄື ອາເມລິກາ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ... ໃນສະພາບການທີ່ເສດຖະກິດ, ການຄ້າຂອງພາກພື້ນ ແລະ ສາກົນ ພວມມີການປ່ຽນແປງຫຼາຍຢ່າງ ແລະ ມີການຜັນແປທີ່ຍາກຈະຄາດຄະເນລ່ວງໜ້າໄດ້.

(ພາບປະກອບ: chinhphu.vn) 

 ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ໃນສະພາບທີ່ເສດຖະກິດທົ່ວໂລກ ແລະ ພາກພື້ນຫຼຸດໜ້ອຍຖອຍລົງ, ການແກ້ງແຍ້ງການຄ້າພວມດໍາເນີນຢ່າງຮ້ອນແຮງນັ້ນ, ບັນດາກະຊວງ, ຂະແໜງການ ຕ້ອງເປັນເຈົ້າການໃນບັນດາບາດກ້າວເດີນ, ມີມາດຕະການແກ້ໄຂຢ່າງມີປະສິດທິຜົນ ແລະ ເໝາະສົມ ເພື່ອຊຸກຍູ້ພັດທະນາການຜະລິດພາຍໃນປະເທດ, ສ້າງວຽກເຮັດງານທໍາຕື່ມອີກ; ພ້ອມທັງຮັກສາສະຖຽນລະພາບເສດຖະກິມະຫາພາກ, ສືບຕໍ່ທ່າເຕີບໂຕ ແລະ ພັດທະນາແບບຍືນຍົງ. ທ່ານກໍສະໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ຄົ້ນຄວ້າ, ແກ້ໄຂບັນດາຮົ້ວກີດຂວາງ, ຂໍ້ຕິດຂັດ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດຜັນຂະຫຍາຍບັນດາໂຄງການລົງທຶນຢູ່ຫວຽດນາມ ໃຫ້ມີປະສິດທິຜົນ. ໃນໄລຍະຍາວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ນໍາໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງສ້າງບັນດານະໂຍບາຍ, ກອບລະບອບລະບຽບການ, ປັບປຸງບັນດາເນື້ອໃນເຊິ່ງບັນດາຄູ່ຮ່ວມມືມີຄວາມສົນໃຈໃຫ້ສົມບູນແບບຄື: ການຄ້າ, ເງິນຕາ, ການເງິນ-ທະນາຄານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ... ບົນທັດສະນະ ຮອບດ້ານ, ຍືນຍົງ; ຊຸກຍູ້ການພົວພັນຮ່ວມມືໃຫ້ນັບມື້ນັບມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ປະຕິບັດບັນດາຂໍ້ກໍານົດຂອງກົດໝາຍຫວຽດນາມ ແລະ ຮັບປະກັນບັນດາມາດຕະການສາກົນທີ່ທັນສະໄໝ, ບັນດາຄໍາໝັ້ນສັນຍາສາກົນ ເຊິ່ງຫວຽດນາມ ເຂົ້າຮ່ວມ. 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top