• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດຫວຽດນາມປຶກສາຫາລື ຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 23, ໃນຕອນເຊົ້າວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ໃຫ້ຄຳເຫັນກ່ຽວກັບການຮັບເອົາຄຳເຫັນປະກອບ, ປັບປຸງຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ) .

ຄະນະປະຈຳສະພາແຫ່ງຊາດຫວຽດນາມປຶກສາຫາລື ຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ)

ຜ່ານການປຶກສາຫາລື ຍັງມີຄຳເຫັນແຕກຕ່າງກັນກ່ຽວກັບສິດອຳນາດຄວບຄຸມຊັບສິນ, ລາຍຮັບ, ກ່ຽວກັບເປົ້າໝາຍແຈ້ງຊັບສົມບັດ, ລາຍຮັບ.

    ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ້າຕິ ຖືວ່າ : ຄວນມີມາດຖານເພື່ອຢັ້ງຢືນລາຍຮັບທີ່ຖືກຕ້ອງຕາມກົດໝາຍ, ຈາກນັ້ນ ສາມາດເຫັນໄດ້ເຖິງຊັບສົມບັດທີ່ໄດ້ຈາກ ການສໍ້ລາດບັງຫຼວງ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ້າຕິ ກ່າວວ່າ :

   “ ທາງດ້ານນິຕິທຳ, ແມ່ນບໍ່ອາດຖືຊັບສິນທີ່ບໍ່ສາມາດອະທິບາຍຢ່າງເໝາະສົມກ່ຽວກັບຕົ້ນກຳເນີດ ແມ່ນຊັບສົມບັດທີ່ໄດ້ຈາກ ການສໍ້ລາດບັງຫຼວງເພື່ອຢຶດເອົາດ້ວຍມາດຕະການທາງອາຍາຕາມທິດພິຈາລະນາແມ່ນມີການກະທຳຜິດ. ດ້ານອື່ນ  ຖ້າຫາກຖືນັ້ນ ແມ່ນຊັບສິນຂອງລັດເພື່ອກຳນົດກຳມະສິດແຫ່ງລັດຕາມລະບຽບການດຳເນີນຄະດີແພ່ງ, ກ່ຽວກັບການແກ້ໄຂການຂັດແຍ້ງດ້ານກຳມະສິດ ແມ່ນບໍ່ສອດຄ່ອງກັບລະບຽບການຂອງປະມວນກົດໝາຍແພ່ງ. ພິເສດ ນີ້ເປັນຄັ້ງທຳອິດທີ່ພວກເຮົາຕັ້ງບັນຫາແກ້ໄຂດ້ານຊັບສິນນັ້ນ, ເພື່ອແນໃສ່ຕ້ານການສໍ້ລາດບັງຫຼວງ, ດັ່ງນັ້ນ ຂ້າພະເຈົ້າ ສະເໜີວ່າ ຄວນມີບາດກ້າວເດີນລະອຽດ. ເພື່ອເຮັດໄດ້ສິ່ງນີ້ເປັນຢ່າງດີ ກໍຄວນມີກົນໄກຄຸ້ມຄອງ, ຄວບຄຸມລາຍຮັບເປັນຢ່າງດີ”

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top