• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)

ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຫຼ້າສຸດໄດ້ປະຕິບັດສຳເລັດ, ດັດປັບຢ່າງລະອຽດລະອໍ,
ວາລະປະຊຸມໃນຕອນບ່າຍວັນທີ 24 ສິງຫາ (ພາບປະກອບ: quochoi.vn)

ໂດຍສືບຕໍ່ລາຍການຂອງວາລະປະຊຸມຄັ້ງທີ 25, ຕອນເຊົ້າວັນທີ 25 ສິງຫາ, ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຫຼ້າສຸດໄດ້ປະຕິບັດສຳເລັດ, ດັດປັບຢ່າງລະອຽດລະອໍ, ຄຸນນະພາບໄດ້ຮັບການຍົກສູງຂຶ້ນອີກບາດກ້າວໜຶ່ງເມື່ອທຽບໃສ່ຮ່າງກົດໝາຍທີ່ຍ່ືນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ຜ່ານມາ. ປະຈຸບັນ, ຮ່າງກົດໝາຍຍັງມີບາງເນື້ອໃນໃຫຍ່ທີ່ມີຄວາມເຫັນແຕກຕ່າງກັນ, ຄື: ນະໂຍບາຍທີ່ດິນໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ; ຫຼັກການສ້າງແຜນຜັງ, ແຜນການນຳໃຊ້ທີ່ດິນ; ແຜນການນຳໃຊ້ທີ່ດິນຂັ້ນເມືອງ…  

ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍເຮືອນຢູ່ອາໄສ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top