• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດຄັ້ງທີ 47 ສືບຕໍ່ເຮັດວຽກ

ໂດຍສືບຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 47, ຕອນເຊົ້າວັນທີ 11 ສິງຫາ, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ລັດຖະບັນຍັດບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ (ສະບັບປັບປຸງ).


ທີ່ກອງປະຊຸມ

(ພາບ: quochoi.vn)


ຄະນະປະຈຳສະພາແຫ່ງຊາດຢືນຢັນວ່າ, ເລື່ອງສ້າງນະໂຍບາຍ, ກົດໝາຍວ່າດ້ວຍບຸລິມະສິດສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ສົບບູນແບບນັ້ນ ແມ່ນເພື່ອແນໃສ່ປະຕິຮູບເພື່ອຫັນເປັນລະບອບລະບຽບການທັດສະນະ “ປະຕິບັດນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີ ແລະ ຄອບຄົວຜູ້ທີ່ມີຄຸມງາມຄວາມດີຕໍ່ການປະຕິວັດ”, “ປັບປຸງ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ມີຄຸນງາມຄວາມດີ”. ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີຮັກສາ 12 ເປົ້າໝາຍຜູ້ທີ່ໄດ້ຮັບບຸລິມະສິດຕາມລັດຖະບັນຍັດທີ່ປະກາດໃຊ້ຄືໃນປະຈຸບັນ, ຍັງບໍ່ທັນເພີ່ມເຕີ່ມນະໂຍບາຍສຳລັບລຸ້ນທີ 3 ຖືກຕິດທາດພິດສີສົ້ມ.

ກໍ່ທີ່ກອງປະຊຸມ, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດກໍ່ໄດ້ປຶກສາຫລືບາງເນື້ອໃນຄື: ເງື່ອນໄຂຮັບຮູ້ນັກຮົບເສຍສະຫຼະຊີວິດເພື່ອຊາດ, ລະດັບເງິນອຸດໜູນບຸລິມະສິດສຳລັບແມ່ຫວຽດນາມ ວິລະຊົນ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top