• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳລັດຖະບານປະຊຸມກ່ຽວກັບການພັດທະນາເຂດເສດຖະກິດຈຸດສຸມ

      ຕອນເຊົ້າວັນທີ 26 ກໍລະກົດ, ຄະນະປະຈຳລັດຖະບານປະຊຸມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອຕີລາຄາສະພາບການ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການເຕີບໂຕບັນດາເຂດເສດຖະກິດຈຸດສຸມໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ.
          ກ່າວຄຳເຫັນສະຫລຸບ, ຕີລາຄາລວມກ່ຽວກັບສະພາບການພັດທະນາຂອງ 4 ເຂດເສດຖະກິດຈຸດສຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ໄດ້ມີຄວາມມານະພະຍາຍາມຫລາຍຢ່າງໃນການຊີ້ນຳບໍລິຫານ, ປະກອບສ່ວນໂດຍກົງເຂົ້າໃນການພັດທະນາຂອງປະເທດຊາດ, ນຳໜ້າແມ່ນເຂດເສດຖະກິດຈຸດສຸມພາກໃຕ້, ເປັນຕົ້ນແມ່ນນະຄອນ ໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການສຳນັກງານ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ກ່ຽວກັບບັນຫານີ້ຢ່າງຈະແຈ້ງ ເພື່ອໃຫ້ມີການກຳນົດທິດແກ້ໄຂໃຫ້ດີກ່ວາໃນໄລຍະຈະມາເຖິງ.
 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)
      ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ນຳວ່າ ຄວນຕັ້ງໜ້າແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ເພີ່ມທະວີການລົງທຶນ; ສືບຕໍ່ໝູນໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຊີ. ທ່ານນາຍົກລັດຖະມົນຕີກໍ່ໃສ່ໃຈເຖິງໜ້າທີ່ປົກປັກຮັກສາສິ່ງແວດລ້ອມ.
 (ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top