• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະນັກກິລາຫວຽດນາມຍາດໄດ້ຫຼຽນລື່ນກາຍຄາດໝາຍທີ່ໄດ້ວາງອອກຢູ່ Asian Para Games 2018

      ພາຍຫຼັງການແຂ່ງຂັນທີ່ຟົດຟື້ນມາເປັນເວລາ 1 ອາທິດ, ງານມະຫາກຳກິລາຄົນພິການອາຊີ (Asian Para Games) 2018 ໄດ້ປິດລົງຢ່າງເປັນທາງການໃນຕອນຄ່ຳວັນທີ 13 ຕຸລາ ຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ.

ຄະນະນັກກິລາຫວຽດນາມຍາດໄດ້ຫຼຽນລື່ນກາຍຄາດໝາຍທີ່ໄດ້ວາງອອກຢູ່ Asian Para Games 2018
(ພາບ: TTXVN)
      ທີ່ພິທີອັດ Asian Para Games 2018, ຄະນະຈັດຕັ້ງໄດ້ເຊີດຊູບັນດານັກກິລາທີ່ຍາດໄດຜົນງານດີເດັ່ນໃນງານມະຫາກຳກິລາຄັ້ງນີ້, ໃນນັ້ນມີນັກກິລາ ຫວໍແທງຕຸ່ງ ຂອງທັບກິລາຫວຽດນາມ.
        ພາຍຫຼັງການແຂ່ງຂັນມາເປັນເວລາ 6 ວັນ, ດ້ວຍຄວາມຕັດສິນໃຈສູງທີ່ສຸດ, ບັນດາທັບນັກກິລາຫວຽດນາມ ຄວ້າໄດ້ 40 ຫຼຽນ, ໃນນັ້ນມີຫຼຽນຄຳ 8 ຫຼຽນ, ຫຼຽນເງິນ 8 ຫຼຽນ ແລະ ຫຼຽນທອງ 24 ຫຼຽນ, ເຊິ່ງລື່ນກາຍຄາດໝາຍຫຼຼຽນຄຳທີ່ໄດ້ວາງອອກແມ່ນ 4 ຫຼຽນ.
        ສິ້ນສຸດ Asian Para Games 2018, ທັບກິລາຄົນພິການຫວຽດນາມ ຢືນຢູ່ອັນດັບທີ 12 ໃນຈຳນວນ 44 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມການແຂ່ງຂັນ. ນຳໜ້າຕາຕະລາງຈັດອັນດັບແມ່ນຈີນ ດ້ວຍຫຼຽນຄຳ 172 ຫຼຽນ.
        ກໍ່ທີ່ພິທີອັດ, ປະເທດເຈົ້າພາບຈັດຕັ້ງ Asian Para Games 2018 ໄດ້ມອບທຸງໃຫ້ຈີນ, ເຊິ່ງແມ່ນປະເທດຈະເປັນເຈົ້າພາບຈັດ Asian Para Games ຄັ້ງທີ 19.
 (ແຫຼ່ງຄັດຈາກ VOV)
 

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top