• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມະການແຫ່ງຊາດ APEC 2017 ຈັດວາລະປະຊຸມຄົບຄະນະ

ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ບີ່ງ​ມິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
          ຕອນ​ເຊົ້າ​ວັນ​ທີ 21/12, ຢູ່​ສຳນັກງານ​ລັດຖະບານ, ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6 ຂອງຄະນະ​ກຳມະການ​ແຫ່ງ​ຊາດ APEC 2017, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ, ປະທານຄະນະ​ກຳມະການ​ແຫ່ງ​ຊາດ APEC 2017. ກ່າວ​ຄວາມ​ເຫັນ​ຊີ້​ນຳ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ວ່າ ວາລະ​ປະຊຸມ​ຕ້ອງ​ສຸມ​ໃສ່​ເຮັດ​ແຈ້ງ​ບັນດາ​ວຽກ​ງານ​ທີ່​ໄດ້​ປະຕິບັດ​ສຳ​ເລັດ ກໍ່​ຄື​ບັນດາ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ ​ແລະ ບັນດາ​ບົດຮຽນ​ໃນ​ຕະຫຼອດ​ປີ​ແຫ່ງ​ການ​ກະກຽມ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີຮຽກຮ້ອງ​ບັນດາ​ກະຊວງ, ອົງການ​ຈັດ​ຕັ້ງ ​ແລະ ​ແຂວງ, ນະຄອນ​ ທີ່​ເປັນ​ສະມາຊິກ​ຄະນະ​ກຳມະການ​ແຫ່ງ​ຊາດ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ກວ່າ​ອີກ​ໃນ​ການ​ຄົ້ນ​ຄ້ວາ, ຕີ​ລາຄາ​ສະພາບ​ການ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແນ​ໃສ່​ຮັບປະກັນ​ໃຫ້​ປີ APEC 2017 ສຳ​ເລັດ​ຜົນ​ໃນ​ທຸກ​ເນື້ອ​ໃນ, ພິທີການ, ວັດຖຸ, ພະລາທິການ, ການ​ໂຄສະນາ…
        ​ໃນ​ຕະຫຼອດ​ປີ 2017 ຈະ​ມີ​ການ​ເຄື່ອນ​ໄຫວ​ເກືອບ 200 ຢ່າງ, ​ໃນ​ນັ້ນ​ມີ​ສັບປະດາ​ຂັ້ນ​ສູງ, ​ເຊິ່ງຈັດ​ຕັ້ງ​ໃນ​ເດືອນ 11 ຢູ່​ດ່າ​ນັ້ງ. ປີ APEC 2017​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ການ​ທູດ​ຂອງ​ຫວຽດນາມ​ໃນ​ໄລຍະ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ກັບ​ສາກົນ. ​ເດືອນ 3/2017, ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ APEC ຄັ້ງ​ທຳ​ອິດ (SOM1) ​ແລະ ​ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ຈະ​ດຳ​ເນີນ​ຢູ່​ນະຄອນ ຍາ​ຈາງ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top