• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມະການອາຊຽນປະຈຳ Pretoria ຕີລາຄາສູງການປະກອບສ່ວນຂອງຫວຽດນາມໃນຖານະຕຳແໜ່ງເປັນປະທານອາຊຽນ

ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຂອງສະພາບການຢູ່ປະເທດປະຈຳຖິ່ນ, ສະຖານທູດຫວຽດນາມ ປະຈຳອາຟະລິກາໃຕ້ ໄດ້ປະຕິບັດບົດບາດເປັນປະທານອາຊຽນ ປະຈຳ Pretoria (APC) ປີ 2020 ສຳເລັດຜົນ.
ພິທີີມອບ-ຮັບບົດບາດປະທານ APC.(ພາບ:baoquocte.vn)
ກ່າວຄຳເຫັນທີ່ພິທີີມອບ-ຮັບບົດບາດປະທານ APC ຈາກທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາຟະລິກາໃຕ້ ຮ່ວາງວັນເລີ້ຍ, ດຳເນີນໃນວັນທີ 08 ກຸມພາ, ທ່ານເອກອັກຄະລັດຖະທູດອິນໂດເນເຊຍ Salaman Al Farisi ຕີລາຄາສູງຄວາມເປັນເຈົ້າການ, ຕັ້ງໜ້າຂອງຝ່າຍຫວຽດນາມ ໃນຖະນະເປັນປະທານ APC 2020. ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຂອງສະພາບການຢູ່ປະເທດປະຈຳຖິ່ນ, ສະຖານທູດຫວຽດນາມ ປະຈຳອາຟະລິກາໃຕ້ ໄດ້ປະຕິບັດບົດບາດເປັນປະທານອາຊຽນ ປະຈຳ Pretoria (APC) ປີ 2020 ສຳເລັດຜົນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງອາຊຽນ ກັບ ອາຟະລິກາໃຕ້ ເວົ້າສະເພາະ ແລະ ອາຟະລິກາ ເວົ້າລວມ. ທ່ານເອກອັກຄະລັດຖະທູດ Salaman Al Farisi ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນປີ 2020 ໃນຖະນະດຳລົງຕຳແໜ່ງປະທານອາຊຽນ ແລະ ຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ປະກອບສ່ວນເພີ່ມທະວີສຽງເວົ້າລວມຂອງອາຊີ, ອາຊຽນ, ບົນເວທີສາກົນ, ແກ້ໄຂບັນດາສິ່ງທ້າທາຍຂອງພາກພື້ນຢ່າງທັນການ, ປະກອບສ່ວນສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ສັນຕິພາບ, ມີຄວາມສາມັກຄີ ແລະ ວັດທະນາຖາວອນກວ່າ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top