• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມະການສູນກາງແນວໂຮມປະເທດຊາດ ຕັ້ງໜ້າຂົ້າຮ່ວມວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ,ການຟຸມເຟືອຍ

      ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງຕີລາຄາສູງຕໍ່ພັກ, ລັດ, ແນວໂຮມປະເທດຊາດ, ບັນດາກະຊວງ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆໄດ້ເອົາໃຈໃສ່ເຖິງວຽກງານຮັບປະກັນຊີວິດສັງຄົມໃນໄລຍະຜ່ານມາເປັນປະຈຳ

ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ທີ່ກອງປະຊຸມ
      ກອງປະຊຸມຄັ້ງທີ 13 ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ຊຸດທີ 8) ໄຂຂຶ້ນໃນວັນທີ 4 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ.
        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເນັ້ນໜັກວ່າ: ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງຕີລາຄາສູງຕໍ່ພັກ, ລັດ, ແນວໂຮມປະເທດຊາດ, ບັນດາກະຊວງ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆໄດ້ເອົາໃຈໃສ່ເຖິງວຽກງານຮັບປະກັນຊີວິດສັງຄົມໃນໄລຍະຜ່ານມາເປັນປະຈຳ, ປະຕິບັດນະໂຍບາຍບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ເບິ່ງແຍງດູແລຄົນທຸກຍາກ, ໜູນຊ່ວຍພໍ່ແມ່ປະຊາຊົນທີ່ປະສົບກັບໄພພິບັດທຳມະຊາດຢ່າງທັນການ.
        ເພື່ອປະກອບສ່ວນຍູ້ໃຫ້ສະພາບການສໍ້ລາດບັງຫຼວງ, ການຟຸມເຟືອຍໃນສັງຄົມໃຫ້ຖອຍໄປ, ທີ່ກອງປະຊຸມຄັ້ງນີ້, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປະກາດໃຊ້ໂຄງການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ໃນການປະຕິບັດວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ໄລຍະ 2018 -2020.
        ທ່ານ ໂງແຊກຖຶກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ:
        “ຕ້ອງປະຕິບັດໜ້າທີ່ຕິດຕາມກວດກາ ແລະ ການໄຈ້ແຍກຕີລາຄາສັງຄົມຂອງແນວໂຮມປະເທດຊາດເປັນຢ່າງດີ. ໃນນັ້ນ, ເນື້ອໃນການຕິດຕາມກວດກາຕ້ອງເຮັດແນວໃດເພື່ອໃຫ້ຕິດພັນກັບບັນດາເນື້ອໃນ, ໂຄງການ, ເພື່ອແກ້ໄຂບັນດາຊ່ອງຫວ່າງຂອງກົດໝາຍ, ຂອງກົນໄກ, ນະໂຍບາຍເພື່ອພາໄປເຖິງການສໍ້ລາດບັງຫຼວງ, ການຟຸມເຟືອຍ. ຕ້ອງມີການເຂົ້າຮ່ວມຂອງແນວໂຮມປະເທດຊາດ ແລະ ລະບົບການເມືອງທຸກຂັ້ນ.”
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top